ຫົວໜ້າ ຄອສພ ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ລົດຕັງ-ຍານເກາະ 661 - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຫົວໜ້າ ຄອສພ ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງພັນໃຫຍ່ລົດຕັງ-ຍານເກາະ 661

      ໃນຕອນເຊົ້າ ຂອງວັນທີ 19 ມັງກອນ 2022 ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ(20/1/1949 – 20/1/2022) ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ  ພັນເອກ ຄໍາປານ ແພງພັນ ຫົວໜ້າການທະຫານ ກອງພັນໃຫຍ່ລົດຕັງ-ຍານເກາະ 661, ມີນາຍ ແລະ ພົນທະຫານ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄໍາປານ ແພງພັນ ໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ ກ່ຽວກັບ ການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກອງພັນໃຫຍ່ ລົດຕັງ-ຍານເກາະ 661 ໃນໄລຍະຜ່ານມາ ເຊິ່ງມີຜົນງານອັນໂດດເດັ່ນຫຼາຍດ້ານ. ຫຼັງຈາກນັ້ນ ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມ ໂດຍສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ແຫ່ງການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ເຊິ່ງບັນດາກົມກອງກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ທີ່ ພັກ-ລັດ ມອບໝາຍໃຫ້ຢ່າງສະຫງ່າງາມ ເວົ້າລວມ, ເວົ້າສະເພາະ ກໍຄືຜົນງານອັນພົ້ນເດັ່ນ ແລະ ຍ້ອງຍໍຊົມເຊີຍ ຕໍ່ໝາກຜົນທີ່ກອງພັນໃຫຍ່ ລົດຕັງ-ຍານເກາະ 661 ຍາດມາໄດ້ ໃນໄລຍະຜ່ານມາ.

      ການລົງຢ້ຽມຢາມ ແລະ ພົບປະໂອ້ລົມຄັ້ງນີ້, ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງພັນໃຫຍ່ ລົດຕັງ-ຍານເກາະ 661  ປະກອບ ມີ: ເງິນສົດຈໍານວນ 10,000,000 ກີບ, ນໍ້າດື່ມ, ໝີ່, ປາກະປ໋ອງ, ເຈວລ້າງມື, ປື້ມປະຫວັດສາດ, ເຄື່ອງກິລາ, ບານເຕະ ແລະ ກະຕໍ້ຫວາຍ ລວມມູນຄ່າທັງໝົດແມ່ນ 40.500.000 ກີບ ເຊິ່ງຕາງໜ້າມອບໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ແລະ ຕາງໜ້າກອງພັນໃຫຍ່ ລົດຕັງ-ຍານເກາະ 661 ຮັບໂດຍ ສະຫາຍ ພັນເອກ ຄໍາປານ ແພງພັນ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ຄໍາປານ ກໍໄດ້ຕາງໜ້າໃຫ້ກົມກອງ ສະແດງຄວາມຂອບໃຈຢ່າງສູງ ມາຍັງ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ໃຫ້ກຽດມາຢ້ຽມຢາມໂອ້ລົມ ແລະ ນຳເອົາເຄື່ອງມາຊ່ວຍເຫຼືອກອງພັນໃຫຍ່ ລົດຕັງ-ຍານເກາະ 661 ໃນຄັ້ງນີ້.

      ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີອີກດ້ວຍ.

(ພາບ-ຂ່າວ: ສອນທິ)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *