ຂ່າວເດັ່ນ-ປະເດັນດັງ

ກອງປະຊຸມວຽກງານຈັດຕັ້ງ ພັກ-ພະນັກງານ ຂອງ ຄອສພ ໄຂຂຶ້ນຢ່າງເປັນທາງການ

      ໃນວັນທີ 18 ມັງກອນ 2022,  ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດກອງປະຊຸມ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີຜ່ານມາ (2016-2020)  ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າ (2021-2025)  ພາຍໃຕ້ການເປັນປະທານ ຂອງທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ປະທານສະພາທິດສະດີສູນກາງພັກ ໂດຍມີຄະນະພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ກໍຄືຫົວໜ້າ ແລະ ຮອງຫົວໜ້າອົງການຈັດຕັ້ງມະຫາຊົນ ທົ່ວ ຄອສພ ເຂົ້າຮ່ວມ.

          ໃນກອງປະຊຸມ, ທ່ານ ອະນົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຈັດຕັ້ງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເຊິ່ງທ່ານໄດ້ຍົກໃຫ້ເຫັນໝາກຜົນຄວາມສໍາເລັດທີ່ຍາດມາໄດ້ ຄຽງຄູ່ກັບຈຸດອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນການກໍານົດທິດທາງແຜນການໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ສາມາດຮອງຮັບກັບການຫັນປ່ຽນໃໝ່ວຽກງານໂຄສະນາອົບຮົມໃນຕໍ່ໜ້າ.

          ຕອນທ້າຍຂອງກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ຕີລາຄາ ແລະ ໃຫ້ທິດຊີ້ນໍາວ່າ: ໂດຍລວມແລ້ວວຽກງານພັກ-ພະນັກງານ ຢູ່ ຄອສພ ພວກເຮົາ ໃນ 5 ປີຜ່ານມາ ແມ່ນໄດ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງດ້ວຍຫຼາຍວິທີ ເຮັດໃຫ້ພະນັກງານມີແນວຄິດຫຼັກໝັ້ນການເມືອງສູງ, ບໍ່ຫວັນໄຫວຕໍ່ຄວາມຫຍຸ້ງຍາກ ແລະ ເຊື່ອໝັ້ນຕໍ່ອຸດົມການຂອງພັກ ແຕ່ວ່າເມື່ອທຽບກັບຄວາມຮຽກຮ້ອງຕ້ອງການແລ້ວ ວຽກງານໂຄສະນາອົບຮົມພວກເຮົາຍັງຈໍາກັດໃນຫຼາຍດ້ານ ພວກເຮົາເຮັດວຽກຢ່າງຕັ້ງໜ້າ, ມີຜະລິດຕະພັນອອກມາຫຼາຍ ແຕ່ວ່າບໍ່ເລິກເຊິ່ງ, ບໍ່ໂດດເດັ່ນ ຍ້ອນຄວາມສາມາດຂອງພະນັກງານຍັງບໍ່ທັນສູງ, ບໍ່ທັນເສີມຂະຫຍາຍຫົວຄິດປະດິດສ້າງເຂົ້າໃນວຽກງານໃຫ້ມີຫຼາຍຮູບ-ຫຼາຍສີ ແລະ ມີຄວາມໜັກແໜ້ນ, ເລິກເຊິ່ງ ຍັງເຮັດແບບເກົ່າ ໂດຍບໍ່ມີການປ່ຽນແປງໃໝ່, ປະລິມານສະມາຊິກພັກເພີ່ມຂຶ້ນ ແຕ່ຄຸນນະພາບບໍ່ທັນສູງ; ສະນັ້ນ ເພື່ອປັບປຸງວຽກງານພັກ-ພະນັກງານ ໃຫ້ມີຄຸນນະພາບໃນຕໍ່ໜ້າ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:

  1. ຕັ້ງໜ້າຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ XI, ບົດໂອ້ລົມຂອງ ສະຫາຍ ເລຂາທິການໃຫຍ່ ແລະ ມະຕິເລກທີ 04 ຂອງຄະນະບໍລິຫານງານສູນກາງພັກ ເພື່ອສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການຂອງພະນັກງານ.
  2. ຕ້ອງຫັນປ່ຽນທາງດ້ານແນວຄິດ, ກ້າເຮັດ, ກ້າຕັດສິນໃຈ ແລະ ກ້າປັບປຸງກົງຈັກການຈັດຕັ້ງ.
  3. ຂຶ້ນແຜນບໍາລຸງກໍ່ສ້າງພະນັກງານ ທາງດ້ານທິດສະດີ 45 ວັນ ແລະວຽກງານວິຊາສະເພາະ ຢ່າງເປັນລະບົບຕໍ່ເນື່ອງ.
  4. ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແລະ ປັບປຸງພາລະບົດບາດຄືນໃໝ່ ເພື່ອໃຫ້ແທດເໝາະກັບບົດບາດ ພ້ອມທັງຍົກສູງຄຸນນະພາບຂອງວຽກງານໃຫ້ສູງຂຶ້ນກວ່າເກົ່າ.​

 

(ພາບ-ຂ່າວ: ຫົງລຶດີ)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *