ພື້ນຖານແນວຄິດ-ທິດສະດີ ຂອງພັກ

3 ທັດສະນະ ຂອງ ສະຫາຍ ເລຂາທິການໃຫຍ່ ຕໍ່ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

        ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1/7/1921-1/7/2021), ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີ 3 ທັດສະນະກ່ຽວກັບພັກກອມມູນິດຈີນ ດັ່ງນີ້: (1). ທັດສະນະຕໍ່ການຮ່ວມມືລາວ-ຈີນ ໃນໄລຍະຜ່ານມາ: ພັກ ປປ ລາວ ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ກັບພັກກອມມູນິດຈີນ ແຕ່ປີ 1959, ມາຮອດ ປີ 1961 ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ເຊິ່ງປີນີ້ ແມ່ນຄົບຮອບ 60 ປີ; ຕະຫຼອດໄລຍະ 60 ປີ ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ນັບທັງບັນຫາການເມືອງ-ຄວາມໝັ້ນຄົງ ຈົນຮອດການຮ່ວມມືດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເຊິ່ງການພົວພັນຮ່ວມມືໃນແຕ່ລະດ້ານໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງແຂງແຮງ; ໃນດ້ານເສດຖະກິດ, ສປ ຈີນ ເປັນປະເທດທີ່ລົງທຶນຫຼາຍທີ່ສຸດ ເປັນອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດ ໃນ ສປປ ລາວ ແລະ ເປັນຄູ່ຄ້າຕ່າງປະເທດອັນດັບທີ 2 ຂອງ ສປປ ລາວ; ອັນທີ່ພົ້ນເດັ່ນທີ່ສຸດແມ່ນ ໂຄງການທາງລົດໄຟ ລາວ-ຈີນ ທີ່ຈະສຳເລັດໃນທ້າຍປີນີ້ ເຊິ່ງເປັນອີກ 1 ສັນຍາລັກປະຫວັດສາດຂອງການພົວພັນຮ່ວມມື ລາວ-ຈີນ ຕະຫຼອດ 6 ທົດສະວັດຜ່ານມາ. ນອກນັ້ນ ສາຍພົວພັນມິດຕະພາບ, ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ຍັງໄດ້ສະແດງອອກຢ່າງຈະແຈ້ງ ຜ່ານການຍົກລະດັບການພົວພັນສອງຝ່າຍ ໃຫ້ເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ  ໃນປີ 2019. ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ ພັກ ແລະ ລັດຖະບານລາວ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະຮ່ວມກັບພັກກອມມູນິດຈີນ, ລັດຖະບານຈີນ ກໍຄືການນໍາແຕ່ລະຂັ້ນຂອງຝ່າຍຈີນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານສະຫາຍອ້າຍນ້ອງຮ່ວມອຸດົມການສັງຄົມນິຍົມ  ແລະ ຈະ​ເຊີດ​ຊູ​ຄວາມ​ເປັນ​ເຈົ້າ​ການ​ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສັນ​ຍາ, ສັນ​ຍາ ແລະ ຂໍ້​ຕົກ​ລົງ​ຕ່າງໆ ລະ​ຫວ່າງ ​ສອງພັກ-ສອງ​ລັດ ໃຫ້ເປັນຮູບປະທຳຍິ່ງຂຶ້ນ; (2). ການປົກຄອງລັດ-ບໍລິຫານປະເທດ ຂອງ ສະຫາຍ ສີຈິ້ິນຜິງ: ສະຫາຍ ສີຈິ້ນຜິງ ເປັນຜູ້ນໍາທີ່ປ່ຽມລົ້ນໄປດ້ວຍປະສົບການ ແລະ ຜົນງານອັນໂດດເດັ່ນໃນວຽກງານຄຸ້ມຄອງລັດ ແລະ ບໍລິຫານປະເທດ, ມີຄວາມໃກ້ຊິດຕິດແທດກັບປະຊາຊົນ, ເຮັດແທ້ທຳຈິງ ແລະ ມີຄວາມຕັດສິນໃຈເດັດດ່ຽວ ໃນການຄຸ້ມຄອງລັດ-ບໍລິຫານປະເທດ,ເປັນແກ່ນສານ ນໍາພາການຢຶດໝັ້ນລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕິ້ງສຽວຜິງ, “ແນວຄິດ 3 ຕົວແທນ”, ທັດສະນະການພັດທະນາຢ່າງມີວິທະຍາສາດ, ບົນພື້ນຖານເງື່ອນໄຂຂອງຍຸກສະໄໝ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງ, ພ້ອມທັງ ເປັນຜູ້ທີ່ລິເລີ່ມໃນການສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ; ດຳເນີນການປັບປຸງພັກຢ່າງເຂັ້ມງວດຮອບດ້ານ ໄປຄວບຄູ່ກັບການນໍາພາປະເທດຈີນຫັນເປັນທັນສະໄໝ, ປອດໃສ, ຍຸຕິທຳ ໃນການປົກຄອງປະເທດ-ບໍລິຫານລັດ; ຢຶດໝັ້ນ “ຖືປະຊາຊົນເປັນກົກ” ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງຕັ້ງໜ້າ; ສະຫາຍ ສີຈິ້ນຜິງໄດ້ດຳເນີນພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ແນວຄວາມຄິດໃນການສ້າງ “ປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ” ທີ່ສ່ອງແສງໃຫ້ເຫັນເຖິງທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ທີມີສີສັນພິເສດຂອງຈີນ; ອັນພົ້ນເດັ່ນທີ່ສຸດແມ່ນສະຫາຍ ສີຈິ້ນຜິງ ມີແນວທາງນະໂຍບາຍການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຖືກຈຸດ, ເຮັດໃຫ້ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນເວລາອັນສັ້ນໆ; ນອກນັ້ນ, ໃນໄລຍະທີ່ປະເຊີນໜ້າກັບການລະບາດ ຂອງ ພະຍາດໂຄວິດ-19, ສະຫາຍ ສີ ຈິ້ນຜິງ ໄດ້ຊີ້ນໍາບັນຊາດຳເນີນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ດ້ວຍຕົນເອງຢ່າງຮອບດ້ານ, ເຮັດໃຫ້ ສປ ຈີນ ສາມາດຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດໃນການຮັບມືກັບພະຍາດດັ່ງກ່າວໄດ້ເປັນຢ່າງດີ, ລວມທັງມີແນວທາງນະໂຍບາຍໃນການຟື້ນຟູການຜະ ລິດ ແລະ ພັດທະນາເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິຢ່າງໄວວາ. (3). ການນໍາພາຂອງພັກກອມມູນິດຈີນ ໃນໄລຍະ 100 ປີຜ່ານມາ: ​ໃນ​ໄລ​ຍະ 100 ປີ ​ແຫ່ງ​ການສ້າງຕັ້ງພັກກອມມູນິດຈີນ, ພັກກອມມູນິດຈີນ ໄດ້ສ້າງພາລະກຳປະຫວັດສາດ ແຫ່ງການປົດປ່ອຍປະຊາຊົນອອກຈາກຄວາມຫຼ້າຫຼັງຂອງລະບອບສັກດີນາ, ສາມາດສະຖາປະນາປະເທດຂຶ້ນໃໝ່ ແລະ  ສ້າງຕັ້ງສາທາລະນະລັດປະຊາຊົນຈີນ ຂຶ້ນໃນປີ 1949 ເປັນເຫດການປ່ຽນແປງອັນໃຫຍ່ຫຼວງຂອງປະຫວັດສາດຈີນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ ແລະ ທ່ວງ​ທ່າ​ໃໝ່ ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໄປ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມທີ່ມີສີສັນພິເສດຂອງຈີນ​ຢ່າງ​ໜັກ​ແໜ້ນຜົນ​ສຳ​ເລັດ​ດັ່ງ​ກ່າວ​ນັ້ນ ໄດ້​ເປັນ​ບົດ​ຮຽນ​ອັນ​ເລີດ​ຄ່າ​ແກ່​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​​ຂອງລັດ. ຕະຫຼອດໄລຍະ 100 ປີຜ່ານມາ ຖານະບົດບາດຂອງ ສປ ຈີນ ນັບມື້ໂດດເດັ່ນ ໄດ້ມີການພັດທະນາແບບກ້າວກະໂດດ ຈົນກາຍເປັນແບບຢ່າງອັນພົ້ນເດັ່ນໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຫຼາຍປະເທດໃນໂລກ, ໂດຍສະເພາະການປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ປະກອບສ່ວນຊ່ວຍເຫຼືອອັນສຳຄັນແກ່ປະເທດທີ່ກຳລັງພັດທະນາ ໂດຍສະເພາະແມ່ນການລິເລີ່ມແນວຄວາມຄິດ “ໜຶ່ງແລວ ໜຶ່ງເສັ້ນທາງ”  ເຊິ່ງໄດ້ນໍາຜົນປະໂຫຍດຕົວຈິງມາສູ່ບັນດາປະເທດທີ່ນອນໃນນະໂຍບາຍດັ່ງກ່າວ.

          ພັກ, ລັດຖະບານ ສປປ ລາວ ຍາມໃດກໍເອົາໃຈໃສ່ຖະໜຸຖະໜອມ ສາຍພົວພັນມິດຕະພາບ ລາວ-ຈີນ ອັນເປັນມູນເຊື້ອ ທີ່ການນໍາຮຸ່ນກ່ອນໆຂອງສອງປະເທດ ໄດ້ຮ່ວມກັນສ້າງມາ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີແລະ ຄູ່ຮ່ວມສະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ນັບມື້ແຂງແຮງຢ່າງບໍ່ຢຸດຢັ້ງ.

 

ຫົງລຶດີ ສາຍຊໍາພັນ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *