ຂ່າວເດັ່ນ-ປະເດັນດັງ

ເປີດນໍາໃຊ້ເວັບໄຊ ວາລະສານໂຄສະນາຢ່າງເປັນທາງການ

         ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເວົ້າລວມ, ເວົ້າສະເພາະ ເພື່ອປັບປຸງ ແລະ ຍົກສູງຄວາມສາມາດ ໃນການເຮັດໜ້າທີ່ເປັນເສນາທິການທາງການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ,ທັງເປັນການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ທີ່ຈະໄຂຂຶ້ນໃນມໍ່ໆນີ້; ດັ່ງນັ້ນ,ໃນຕອນແລງ ຂອງວັນທີ 13 ສິງຫາ 2021 ຄະນະບັນນາທິການວາລະສານໂຄສະນາ ໄດ້ຈັດຕັ້ງພິທີເປີດການນໍາໃຊ້ ເວັບໄຊ ວາລະສານໂຄສະນາ ຢ່າງເປັນທາງການ ຢູ່ທີ່ສໍານັກງານວາລະສານ (ໜອງບອນ) ເປັນກຽດເຂົ້າຮ່ວມ ທັງເປັນປະທານ ຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ຄະນະນໍາ, ຫົວໜ້າກົມ, ຮອງກົມ, ພາຍໃນ ຄອສພ, ມີຜູ້ຕາງໜ້າຈາກວາລະສານປ້ອງກັນຊາດ, ວາລະສານກໍ່ສ້າງພັກ ແລະ ພະນັກງານວາລະສານເຂົ້າຮ່ວມ.

       ໃນພິທີດັ່ງກ່າວ ທ່ານ ບົວວົງ ພົມພັກດີ ຮອງຫົວໜ້າ ບ.ກ ວາລະສານໂຄສະນາ ໄດ້ຂຶ້ນລາຍງານການກະກຽມ ສ້າງເວັບໄຊ ວາລະສານໂຄສະນາ, ຫຼັງຈາກນັ້ນ ທ່ານ ໂພກເມກ ວິໄລສັກ ຫົວໜ້າ ບ.ກ ວາລະສານໂຄສະນາ ກໍໄດ້ອະທິບາຍ – ຊີ້ແຈງ ແລະ ນໍາສະເໜີກ່ຽວກັບເນື້ອໃນທີ່ຈະລົງໃນເວັບໄຊ ຂອງວາລະສານໂຄສະນາ ໃຫ້ຜູ້ທີ່ເຂົ້າຮ່ວມພິທີໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ເນື້ອໃນທີ່ລົງໃນ ເວັບໄຊຂອງວາລະສານໂຄສະນາ ແມ່ນມີເອກະລັກ, ສີສັນສະເພາະ ທີ່ມີຄວາມແຕກຕ່າງຈາກເວັບໄຊອື່ນ ເຊັ່ນ: ຂຽນສັ້ນ, ສັງລວມບັນຫາ, ແຕ່ລະເນື້ອໃນແມ່ນຮັບປະກັນ ລັກສະນະສຶກສາອົບຮົມ, ລັກສະນະຕໍ່ສູ້, ລັກສະນະຄວາມຈິງ ແລະ ລັກສະນະດຶງດູດຜູ້ອ່ານ;  ເວັບໄຊ ວາລະສານໂຄສະນາປະກອບມີ 10 ຄໍລໍາຄື: ຮູ້ຈັກວາລະສານໂຄສະນາ, ຂ່າວເດັ່ນ-ປະເດັນດັງ, ວຽກງານໂຄສະນາອົບຮົມ, ແນວຄິດໄກສອນ ພົມວິຫານ, ພື້ນຖານແນວຄິດ-ທິດສະດີ ຂອງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ບັນຫາສິ່ງຫຍໍ້ທໍ້ ແລະ ບາງທັດສະນະ,​ແລກປ່ຽນຄຳຄິດເຫັນກັບ ເພື່ອນຜູ້ອ່ານ, ເບີ່ງໂລກກ້ວາງ ແລະ ຂໍ້ມູນທີ່ຈຳເປັນ.

          ໃນໂອກາດທີ່ມີໝາຍຄວາມສຳຄັນນີ້ ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃນຕໍ່ໜ້າ ຂອງຄະນະບັນນາທິການ ວາລະສານໂຄສະນາ. ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຄະນະບັນນາທິການວາລະສານໂຄສະນາ ຍາດມາໄດ້ ໂດຍສະເພາະແມ່ນ ຄວາມພະຍາຍາມບຸນບືນສູ້ຊົນ ສ້າງການຫັນປ່ຽນໃໝ່ ໄປສູ່ຄວາມທັນສະໄໝ ເຮັດໃຫ້ວາລະສານໂຄສະນາມີຫຼາຍຮູບ, ຫຼາຍສີເທື່ອລະກ້າວ, ທັນກັບສະພາບການ ແລະ ຮັບປະກັນໄດ້ການປະຕິບັດໜ້າທີ່ການເມືອງ ຂອງຕົນຢ່າງໜັກແໜ້ນ. ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະວາລະສານໂຄສະນາ ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່,ຕ້ອງເອົາໃຈໃສ່ ຕໍ່ການຄຸ້ມຄອງ ແລະ ການນໍາໃຊ້ເວັບໄຊໃຫ້ດີ ພ້ອມທັງປັບປຸງຄຸນນະພາບຂອງເວັບໄຊ ໂດຍສະເພາະ ທາງດ້ານເນື້ອໃນໃຫ້ມີຄວາມອຸດົມສົມບູນ ເລິກເຊິ່ງ ເພື່ອດຶງດູດຜູ້ອ່ານ ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ປັບປຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກໃຫ້ວິຊາການ ໃຫ້ສາມາດຕອບສະໜອງ ໄດ້ກັບຄວາມຕ້ອງການ ຂອງໜ້າທີ່ວຽກງານ.

 

ຂ່າວ: ພັດ ລໍວັນໄຊ, ພາບ: ດາວທະວີສຸກ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *