ຂ່າວເດັ່ນ-ປະເດັນດັງ

ເຊື່ອມສໍາພັນ 2 ວາລະສານຂອງພັກ ຫວັງພັດທະນາໄປດ້ວຍກັນ

        ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ-ໜ້າທີ່ ຂອງ 2 ວາລະສານຂອງພັກ ຄື: ວາລະສານໂຄສະນາ ແລະ ວາລະສານກໍ່ສ້າງພັກ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ສາມາດເປັນເສນາທິການ ທີ່ມີປະສິດທິພາບ ໃຫ້ແກ່ຄະນະພັກ, ຄະນະນໍາຂອງຕົນ; ດັ່ງນັ້ນ ໃນວັນທີ 5 ສິງຫາ 2021 ຢູ່ທີ່ສໍານັກງານ ວາລະສານໂຄສະນາ ໄດ້ຈັດຕັ້ງການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ   ລະຫວ່າງ ຄະນະບັນນາທິການວາລະສານໂຄສະນາ ແລະ ວາລະສານກໍ່ສ້າງພັກ ເພື່ື່ອເຊື່ອມສໍາພັນຄວາມສາມັກຄີ ແລະ ຖອດຖອນບົດຮຽນດ້ານຕັ້ງໜ້າ,  ດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ຂອງການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ຂອງ 2 ວາລະສານ.

            ວາລະສານໂຄສະນາ ແມ່ນກະບອກສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າບັນນາທິການ ແລະ ຄະນະ; ວາລະສານກໍ່ສ້າງພັກ ແມ່ນກະບອກສຽງ ຂອງຄະນະຈັດຕັ້ງສູນກາງພັກ ນໍາໂດຍ ທ່ານ ດອນ ໄພວົງ ວ່າການຫົວໜ້າກົມໂຄສະນາ ກໍ່ສ້າງພັກ-ພະນັກງານ ແລະ ຄະນະບັນນາທິການ ວາລະສານກໍ່ສ້າງພັກ. ໃນໂອກາດດັ່ງກ່າວ ທ່ານ ດອນ ໄພວົງ ໄດ້ກ່າວຈຸດປະສົງ ຂອງການພົບປະແລກປ່ຽນ ກັບວາລະສານໂຄສະນາໃນຄັ້ງນີ້ ພ້ອມທັງສະເໜີຈຸດພິເສດ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານ ຂອງວາລະສານກໍ່ສ້າງພັກໃນໄລຍະຜ່ານມາ ແລະ ໄດ້ສະເໜີ 5 ບັນຫາ ທີ່ຈະແລກປ່ຽນ ກັບວາລະສານໂຄສະນາ ຄື: 1. ພາລະບົດບາດຕົ້ນຕໍ ຂອງວາລະສານໂຄສະນາ 2. ການແບ່ງຄວາມຮັບຜິດຊອບ ແລະ ແບບແຜນການຊີ້ນໍາ-ນໍາພາ ຂອງຄະນະບັນນາທິການ 3. ການຈັດພິມ ແລະ ການຈໍາໜ່າຍ 4. ການບັນນາທິການບົດ 5. ການຄຸ້ມຄອງນໍາໃຊ້ງົບປະມານ, ການສ້າງເພື່ອນຮ່ວມງານ ແລະ ການປະຕິບັດນະໂຍບາຍຕໍ່ເພື່ອນຮ່ວມງານ, ຈາກນັ້ນ ທ່ານ ໂພເມກ ວິໄລສັກ ກໍໄດ້ສະເໜີຢ່າງຈິງໃຈ ກ່ຽວກັບສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງວາລະສານໂຄສະນາ ຕາມບັນຫາທີ່ຕັ້ງຂຶ້ນ ທີ່ມີລັກສະນະແລກປ່ຽນເຊິ່ງກັນ ແລະ ກັນ ພ້ອມທັງສະເໜີ ແຜນການປັບປຸງຄຸນນະພາບ ຂອງວາລະສານໂຄສະນາໃນຕໍ່ໜ້າ ໂດຍສະເພາະແມ່ນ ການກໍານົດເນື້ອໃນຂອງເວບໄຊສ໌ ວາລະສານໂຄສະນາ ໃຫ້ຮັບປະກັນ 3 ລັກສະນະຄື: ລັກສະນະຕໍ່ສູ້, ລັກສະນະຄວາມຈິງ, ລັກສະນະສຶກສາອົບຮົມແນວຄິດ ແລະ ສະເໜີຄວາມຄິດ ໃນການຮ່ວມມື ຂອງ 2​ ວາລະສານໃນຕໍ່ໜ້າ ເພື່ອພ້ອມກັນສ້າງການຫັນປ່ຽນ ໄປສູ່ຄຸນນະພາບໃໝ່ທີ່ດີກວ່າ.

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *