ຮອງຫົວໜ້າ ຄອສພ ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ 2 ແຂວງພາກກາງ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຮອງຫົວໜ້າ ຄອສພ ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ 2 ແຂວງພາກກາງ

         ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຢູ່ 2 ແຂວງພາກກາງ ຄື: ແຂວງຄໍາມ່ວນ ແລະ ສະຫວັນນະເຂດ ໃນລະຫວ່າງ ວັນທີ 12-13 ສິງຫາ 2021.

     ໂອກາດດັ່ງກ່າວ, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ໄດ້ລາຍງານສະພາບການຈັດຕັ້ງເຊື່ອມຊຶມ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຕິດພັນກັບການຮັບມືກັບ ສະພາບການລະບາດຂອງພະຍາດໂຄວິດ-19 ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນ ແມ່ນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຈັດຕັ້ງເຊື່ອມຊຶມຊັກຊ້າ, ການໃຫ້ຄວາມຮ່ວມມືໃນການເຂົ້າຮ່ວມເຊື່ອມຊຶມ ເຊິ່ງບາງພາກສ່ວນຍັງຖືເບົາ ເຂົ້າຮ່ວມບໍ່ເຕັມເມັດເຕັມໜ່ວຍ; ສໍາລັບແຂວງຄໍາມ່ວນນີ້ແມ່ນສໍາເລັດໂດຍພື້ນຖານໃນທົ່ວແຂວງ ແລະ ເມືອງແລ້ວ ແລະ ພວມຈັດຕັ້ງຜັນຂະຫຍາຍເຊື່ອມຊຶມຢູ່ຮາກຖານຂັ້ນບ້ານ.

      ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ກໍໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມ ຂອງຄະນະພັກແຂວງຄໍາມ່ວນ ຕໍ່ກັບການຈັດຕັ້ງເຊື່ອມຊຶມ ມະຕິ XI ຂອງພັກ ພ້ອມທັງໃຫ້ທິດຊີ້ນໍາ ໂດຍໄດ້ເນັ້ນໃຫ້ ຄະນະພັກແຂວງຄໍາມ່ວນ ໃຫ້ສືບຕໍ່ສຸມໃສ່ນໍາພາ ຜັນຂະຫຍາຍເຊື່ອມຊຶມມະຕິຂອງກອງປະຊຸມຄັ້ງທີ XI ຂອງ ໃຫ້ສໍາເລັດ ແລະ ທົ່ວເຖິງ.

      ໃນມື້ດຽວກັນ ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີ 2021 ຂອງຄະນະໂຄສະນາອົບຮົມແຂວງຄໍາມ່ວນ ເຊິ່ງທ່ານ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງຄໍາມ່ວນ ໃຫ້ສືບຕໍ່ປະຕິບັດ ພາລະບົດບາດໜ້າທີ່ ຂອງຕົນໃຫ້ດີທີ່ສຸດ ແລະ ມີຜົນສໍາເລັດຕາມແຜນການທີ່ກໍານົດໄວ້.

       ຫຼັງຈາກນັ້ນ, ໃນວັນທີ 13 ສິງຫາ 2021 ທ່ານ ລາວປາວຊົ່ງ ນະວົງໄຊ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປ ແຂວງສະຫວັນນະເຂດ ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບວຽກງານເກັບກໍາແນວຄິດ-ຫາງສຽງສັງຄົມ ຢູ່ແຂວງດັ່ງກ່າວ ເຊິ່ງທ່ານໄດ້ພົບປະໂອ້ລົມ ໃຫ້ທິດຊີ້ນໍາວຽກງານໂຄສະນາອົບຮົມ ກໍຄື ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ແລະ ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຢູ່ພາຍໃນແຂວງ  ໂດຍສະເພາະແມ່ນ ການແກ້ໄຂບັນດາແຮງງານທີ່ກັບຄືນ ສປປ ລາວ ເພື່ອຫາວິທີຮັບມື ໃຫ້ທັນເວລາ ແລະ ແທດເໝາະກັບສະພາບຕົວຈິງ.​

          ຂ່າວ-ພາບ: ຫົງລືດີ ສາຍສໍາພັນ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *