ພື້ນຖານແນວຄິດ-ທິດສະດີ ຂອງພັກ

ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ເນັ້ນໃຫ້ແນວລາວສ້າງຊາດ ເອົາໃຈໃສ່ 6 ບັນຫາ

     ໃນໂອກາດທີ່ ສູນກາງແນວລາວສ້າງຊາດ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງຕົນ ໃນວັນທີ 25 ພະຈິກ 2021 ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ເນັ້ນໜັກ 6 ບັນຫາສໍາຄັນ ດັ່ງນີ້:

          ໜຶ່ງ: ຕັ້ງໜ້າເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມເປັນປຶກແຜ່ນຂອງຊາດ, ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຂອງຄົນລາວ ຕໍ່ຊາຕາກໍາຂອງປະເທດຊາດ ໂດຍເລີ່ມຈາກການສ້າງຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ໃຫ້ເລິກເຊິ່ງ ແລະ ກໍາໃຫ້ໄດ້ທັດສະນະພື້ນຖານ ທີ່ວ່າ: “ພາລະກິດປະຕິວັດ ຍາມໃດກໍແມ່ນພາລະກິດຂອງມະຫາຊົນ ແລະ ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ”. ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງກໍາໃຫ້ໄດ້ແນວຄິດຈິດຕະສາດ, ວັດທະນະທໍາ ຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ, ຄວາມຕ້ອງການອັນແທ້ຈິງຂອງປະຊາຊົນ, ແຕ່ລະກຸ່ມຄົນ, ແຕ່ລະສາຂາອາຊີບຂອງທຸກຊັ້ນຄົນໃນທົ່ວສັງຄົມ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ສ້າງເປັນກໍາລັງແຮງສັງລວມ ເພື່ອປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ຮູ້ນໍາເອົາແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໄປຈັດຕັ້ງຜັນຂະຫຍາຍ ແລະ ສຶກສາອົບຮົມໃຫ້ແທດເໝາະກັບຈຸດພິເສດຂອງແຕ່ລະຄົນ, ແຕ່ລະກຸ່ມຄົນ ແລະ ແຕ່ລະທ້ອງຖິ່ນ.

          ສອງ: ຍົກລະດັບຄວາມສາມາດ ຂອງຄະນະກໍາມະການແນວລາວສ້າງຊາດ ຕໍ່ວຽກງານແນວໂຮມ ເປັນຕົ້ນແມ່ນ ການນຳພາສຶກສາອົບຮົມ ແລະ ຍົກລະດັບຄວາມຕື່ນຕົວທາງການເມືອງ, ການເຂົ້າຮ່ວມການຄຸ້ມຄອງ, ການປະຕິບັດກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ, ຄວາມເປັນປະຊາທິປະໄຕ ແລະ ຍຸດຕິທຳໃນສັງຄົມ ບົນພື້ນຖານທຸກໆແນວທາງນະໂນບາຍຂອງພັກ ລະບຽບກົດໝາຍຂອງລັດ ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມປະຕິບັດ, ປະຊາຊົນກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຈຶ່ງຈະເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ເກີດໝາກຜົນ ແລະ ເປັນຮູບປະທໍາຕົວຈິງ.

          ສາມ: ຕ້ອງຍົກສູງບົດບາດຕິດຕາມ, ກວດກາ ຂອງແນວລາວສ້າງຊາດໃຫ້ແຂງແຮງ ໂດຍຜ່ານຄໍາເຫັນ-ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າຕໍ່ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກໃນແຕ່ລະໄລຍະ, ເບິ່ງແຍງດູແລ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ທີ່ປະຊາຊົນເລືອກມາໃຫ້ເປັນຜູ້ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເປັນຜູ້ບໍລິສຸດຜຸດຜ່ອງ ຫຼື ບໍ່, ເປັນຜູ້ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດ ແລະ ມີນໍ້າໃຈຮັບໃຊ້ປະຊາຊົນ ຫຼື ບໍ່, ຖ້າເຫັນຜູ້ທີ່ດີ, ຜູ້ທີ່ເດັ່ນ ກໍຕ້ອງສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ຖືໄດ້ວ່າເປັນຜູ້ທີ່ປະຊາຊົນໃຫ້ຄວາມເຊື່ອໝັ້ນ, ແຕ່ຖ້າເຫັນຜູ້ທີ່ອ່ອນ ກໍຕອ້ງກໍ່ສ້າງຊ່ວຍເຫຼືອ ຕໍານິຕິຊົມ, ແຕ່ຖ້າເຫັນຜູ້ກະທໍາຜິດ ກໍສະເໜີໃຫ້ຜູ້ມີໜ້າທີ່, ມີສິດອໍານາດແກ້ໄຂຢ່າງທັນການ, ບໍ່ປະປ່ອຍໃຫ້ເປັນຊ່ອງວ່າງໃຫ້ແກ່ຄົນບໍ່ດີເອົາເປັນຂໍ້ອ້າງ ເພື່ອສາ້ງຄວາມແຕກແຍກໃນສັງຄົມເຮົາ. ນອກຈາກນັ້ນ, ແນວລາວສ້າງຊາດ ຍັງຕ້ອງປະຕິບັດບົດບາດເຂົ້າຮ່ວມໄກ່ເກ່ຍ, ແກ້ໄຂຂໍ້ຂັດແຍ່ງ ແລະ  ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມຕາມພາລະບົດບາດຂອງຕົນ.

      ສີ່: ອົງການແນວໂຮມແຕ່ລະຂັ້ນ ຕ້ອງປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງຕົນ ໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດທິຜົນຂອງການປະຕິບັດໜ້າທີ່ການເມືອງ; ເຮັດວຽກໃຫ້ສອດຄ່ອງກັນ, ທັງສ້າງກົນໄກປະສານງານເຊິ່ງກັນ ແລະ ກັນ, ຫາລືຖອດຖອນບົດຮຽນ ແລະ ອາດຈະຕັ້ງຫົວຂໍ້ສໍາມະນາ ແລກປ່ຽນຄໍາເຫັນກັນເປັນແຕ່ລະກໍລະນີ.

        ຫ້າ: ຄະນະກໍາມະການສູນກາງແນວລາວສ້າງຊາດຊຸດໃໝ່ ທີ່ໄດ້ຮັບຮອງເອົານີ້ ຕ້ອງເພີ່ມທະວີ ຄວາມສາມັກຄີພາຍໃນ ແລະ ເຮັດວຽກຮ່ວມມືສາກົນ ແລະ ເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດ ຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນ ຂອງປະເທດເພື່ອນມິດທີ່ມີມູນເຊື້ອ, ປະເທດເພື່ອນບ້ານໃກ້ຄຽງ, ປະເທດເພື່ອນມິດອື່ນໆ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ. ບັນຫາສໍາຄັນອີກອັນໜຶ່ງ ຂອງການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະນີ້ ແລະ ຕໍ່ໄປ ແມ່ນ ຕ້ອງປັບປຸງຮູບການເຄື່ອນໄຫວການທູດພາກປະຊາຊົນ ໃຫ້ເຂົ້າສູ່ລວງເລິກ ນໍາເອົາມູນເຊື້ອທີ່ເປັນເອກະລັກຂອງຊາດ, ຜະລິດຕະພັນ, ວັດທະນະທໍາ, ອາຫານການກິນ ແລະ ສິນຄ້າອື່ນໆ ທີ່ເປັນເອກະລັກ ແລະ ຜະລິດຈາກປະຊາຊົນຂອງຊາດເຮົາ ໄປສູ່ສາກົນໃຫ້ກວ້າງຂວາງ ແລະ ມີຊີວິດຊີວາ ເພື່ອດຶງດູດການລົງທຶນ, ການຢ້ຽມຢາມ ແລະ ທ່ອງທ່ຽວມາສູ່ປະເທດຊາດໃຫ້ຫຼາຍຂຶ້ນ.

          ຫົກ: ສ້າງເງື່ອນໄຂ ແລະ ຊຸກຍູ້ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ພີ່ນ້ອງເຊື້ອສາຍລາວ ທີ່ຢູ່ຕ່າງປະເທດ ທີ່ຍັງຮັກເຊື້ອແພງຊາດ ໄດ້ອວ່າຍໜ້າມາຫາປະເທດຊາດ ທີ່ເປັນບ້ານເກີດເມືອງນອນຂອງຕົນ ເພື່ອຮ່ວມກັນສ້າງສາພັດທະນາປະເທດເທົ່າທີ່ມີເງື່ອນໄຂ ແລະ ຄວາມສາມາດຂອງຕົນ ເພື່ອຮ່ວມກັບປະຊາຊົນພາຍໃນປະເທດສ້າງສາພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮືອງສືບຕໍ່ໄປ.

 

ຂ່າວ: ຫົງລືດີ
ຮູບ: ປະຊາຊົນ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *