ຂ່າວເດັ່ນ-ປະເດັນດັງ

ຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ແກ່ພະນັກງານກະຊວງສາທາລະນະສຸກ

    ໂດຍເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນຂອງວຽກງານສັງລວມ-ເກັບກໍາຫາງສຽງສັງຄົມ ໃນເງື່ອນໄຂປັດຈຸບັນ, ເພື່ອສ້າງຄວາມຮັບຮູ້ທາງດ້ານການສັງລວມບັນຫາຕ່າງໆ ແລະ ການເກັບກໍາ ສະພາບແນວຄິດ-ຫາງສຽງສັງຄົມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖືກຕ້ອງ ທັນເວລາ; ດັ່ງນັ້ນ ໃນວັນທີ 28 ກໍລະກົດ 2021 ກະຊວງສາທາລະນະສຸກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຕັ້ງເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III ຂຶ້ນ ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 6 ກະຊວງສາທາລະນະສຸກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 41 ຄົນ, ຍິງ 11 ຄົນ.

    ຈຸດປະສົງຂອງການຈັດຊຸດຝືກອົບຮົມ ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ສະມາຊິກຂອງກະຊວງສາທາລະນະສຸກ ສາມາດກໍາໄດ້ສະພາບແນວຄິດ-ຫາງສຽງສັງຄົມ, ຖ້ອຍທໍານອງບິດເບືອນຂອງກຸ່ມຄົນບໍ່ດີ ທັງຕີລາຄາບັນຫາຫາງສຽງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ, ຊັດເຈນພາວະວິໄສ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກ ແລະ ຂໍທິດຊີ້ນໍາໃນການແກ້ໄຂໃຫ້ທັນເວລາ. ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນນັບແຕ່ວັນທີ 28-30 ກໍລະກົດ 2021 ຈຶ່ງຈະອັດລົງ.

    ໃນໂອກາດນີ້, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວເປີດຊຸດຝຶກອົບຮົມ  ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການບ້ານເມືອງໄດ້ມີການຜັນແປໄປຢ່າງສັບສົນ ແລະ ມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນຢູ່ໃນສັງຄົມ ເຊິ່ງມັນສົ່ງຜົນກະທົບຕໍ່ສະພາບແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ສະນັ້ນ, ການຈັດຊຸດຝຶກອົບຮົມນີ້ຂຶ້ນ ແມ່ນມີຄວາມສໍາຄັນຫຼາຍ ແລະ ຮຽກຮ້ອງໃຫ້ນັກສໍາມະນາກອນທຸກຄົນ ຈົ່ງເອົາໃຈໃສ່ຮຽນຮູ້ບົດຮຽນເກັບກໍາຫາງສຽງ ແລະ ການສັງລວມບັນຫາຕ່າງໆ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນພຶດຕິກໍາຕົວຈິງ ໃຫ້ໄດ້ຮັບຜົນດີ ສາມາດແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນຂົງເຂດ ສາທາລະນະສຸກ ໃຫ້ທັນເວລາ ແລະ ມີປະສິດທິຜົນ.

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *