ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV - ວາລະສານໂຄສະນາ
ເບີ່ງໂລກກວ້າງ

ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV

      ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ໄຂຂຶ້ນໃນວັນທີ 20 ຕຸລາ 2021 ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 13 ພະຈິກ 2021 ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ພາຍໃຕ້ການເປັນປະທານ ຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ, ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນ ຊວນຟຸກ ປະທານປະເທດຫວຽດນາມ, ທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີ, ອາດີດການນໍາພັກ – ລັດ ແລະ ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມສະພາແຫ່ງຊາດຫວຽດນາມ ໃນຄັ້ງນີ້ ໄດ້ຄົ້ນຄວ້າ, ປຶກສາຫາລື ຫຼາຍບັນຫາສໍາຄັນ ຂອງຊາດ ໂດຍສະເພາະແມ່ນ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ປີ 2021 ແລະ ແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2022; ແຜນການສ້າງໂຄງປະກອບພື້ນຖານເສດຖະກິດ ໄລຍະ 2021 -2025 ຄືນໃໝ່; ວຽກງານປ້ອງກັນ ແລະ ຕ້ານການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ແຜນການຮັບມືການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ;  ຄົ້ນຄວ້າ, ຮັບຮອງເອົາການປັບປຸງກົດໝາຍ ແລະ ກົດໝາຍສ້າງໃໝ່ຈໍານວນໜຶ່ງ. ພິເສດ, ກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງຮັບຮອງເອົາ ແຜນການນໍາໃຊ້ທີ່ດິນແຫ່ງຊາດ ໄລຍະ2021 – 2030, ວິໄສທັດຮອດປີ 2050 ແລະ ແຜນການນໍາໃຊ້ທີ່ດິນ 5 ປີ 2021 – 2025 ທັງນີ້ ກໍເພື່ອຕອບສະໜອງເປົ້າໝາຍການພັດທະນາ ເສດຖະກິດ – ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບສຸກ, ປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດທໍາມະຊາດ, ປັບຕົວເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ ທັງໃນໄລຍະສັ້ນ ກໍຄື ໄລຍະຍາວ.

     ທ່ານ ເວືອງ ດິ່ງເຫວ້ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: “ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຢັ້ງຢືນເຖິງບາດກ້າວສຳຄັນໃນການສ້າງສະພາແຫ່ງຊາດ ໃຫ້ເປັນເຈົ້າການ, ມີສະຕິປັນຍາ, ມີຄວາມສາມັກຄີ, ປ່ຽນແປງໃໝ່ ແລະ ມີຄວາມຮັບຜິດຊອບ. ສະພາແຫ່ງຊາດ ນັບມື້ນັບມີປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ, ສະໜິດຕິດພັນກັບຜູ້ມີສິດເລືອກຕັ້ງ ແລະ ທັງແມ່ນຕົວແທນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.

ບົດ: ສອນທິ  ວົງບຸນຄໍາ

ແປຈາກ ເວັບໄຊ ການຄ້າຫວຽດນາມ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *