ຜົນສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຜົນສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ

      ໃນວັນທີ 24 ສິງຫາ 2021 ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂຂຶ້ນ ແລະ ປິດລົງ ດ້ວຍຜົນສຳເລັດຢ່າງຈົບງາມ, ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ທົ່ວພັກ, ທົ່ວລັດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI  ຂອງພັກ ເຂົ້າສູ່ຊີວິດຕົວຈິງ,  ກອງປະຊຸມໄດ້ດຳເນີນພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຄະນະພັກ ແລະ ສະມາຊິກພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບ ພາຍໃນອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່”  ໂດຍການເປັນປະທານ ຂອງ ສະຫາຍ  ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ  ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານກວດກາແຫ່ງລັດ  ແລະ  ໃຫ້ກຽດໂອ້ລົມຕໍ່ກອງຊຸມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ,  ມີຄະນະພັກ, ສະມາຊິກພັກ, ພະນັກງານອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ກອງປະຊຸມໄດ້ຮັບຮອງເອົາບັນຫາສຳຄັນ ດັ່ງນີ້: ຮັບຮອງເອົາບົດລາຍງານການເມືອງ ສະເໜີໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຮັບຮອງເອົາແຜນພັດທະນາວຽກງານໂຄສະນາອົບຮົມ ໃນໄລຍະ 5 ປີຕໍ່ໜ້າ (2021-2025) ສະເໜີໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ, ຮັບຮອງເອົາບົດສໍາຫຼວດການນໍາພາ-ຊີ້ນໍາ ຂອງຄະນະພັກ ຄອສພ ສະໄໝທີ IV ສະເໜີ ໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ; ພ້ອມດຽວກັນນັ້ນກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກ ຄອສພ ສະໄໝທີ V  ຈໍານວນ 9 ສະຫາຍ ດັ່ງລຸ່ມນີ້:

  1. ສະຫາຍ ຄໍາພັນ ເຜີຍຍະວົງ
  2. ສະຫາຍ ລາວປາວຊົ່ງ ນະວົງໄຊ
  3. ສະຫາຍ ນາງ ສົມພອຍ ພົມມະຈັກ
  4. ສະຫາຍ ນາງ ວິລະວອນ ພັນທະວົງ
  5. ສະຫາຍ ອານົງສັກ ອິນທະວົງ
  6. ສະຫາຍ ວັນຕຸລາ ຣັກນຸດ
  7. ສະຫາຍ ສາຄອນ ພົມມະລາດ
  8. ສະຫາຍ ຄໍາກອງ ທໍາມະເທວາ
  9. ສະຫາຍ ວັນລາຕີ ຄໍາວານວົງສາ

        ໃນກອງປະຊຸມປະຖົມມະເລີກ ໄດ້ເລືອກເອົາ ສະຫາຍ  ຄຳພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ,  ສະຫາຍ ລາວປາວຊົ່ງ ນະວົງໄຊ ເປັນຮອງເລຂາ ແລະ ເລືອກເອົາສະຫາຍ ຄຳພັນ ເຜີຍຍະວົງ, ສະຫາຍ ລາວປາວຊົ່ງ ນະວົງໄຊ ແລະ  ສະຫາຍ ນາງ ວິລະວອນ ພັນທະວົງ ເປັນຄະນະປະຈຳພັກ; ພ້ອມດຽວກັນນັ້ນ ຍັງໄດ້ເລືອກເອົາ ສະຫາຍ ນາງ ວິລະວອນ ພັນທະວົງ ເປັນປະທານກວດກາພັກ, ສະຫາຍ ອານົງສັກ ອິນທະວົງ ແລະ ສະຫາຍ ສະຫວ່າງ ດາລາແສນ ເປັນຮອງປະທານກວດກາພັກ;  ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດ່ັງກ່າວ ສະຫາຍ ທອງລຸນ ສີສຸລິດ  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ແລະ ໄດ້ເນັ້ນຫລາຍບັນຫາໃຫ້ແກ່ຄະນະພັກ ຄອສພ ຊຸດໃໝ່, ສະມາຊິກພັກ ແລະ ພະນັກງານທົ່ວຄະນະໂຄສະນາອົບຮົມສູນກາງພັກ ນຳໄປພິຈາລະນາ ເພື່ອສ້າງການຫັນປ່ຽນໃໝ່ ໃນວຽກງານໂຄສະນາອົບຮົມ ຂອງພັກ ໃນຕໍ່ໜ້າ, ສາມາດປະຕິບັດໜ້າທີ່ການເມືອງ ຂອງຕົນໄດ້ເປັນຢ່າງດີ.

ຂ່າວ-ພາບ: ໂດຍບຸນປະຄອຍ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *