ຜົນການຢ້ຽມຢາມ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ - ວາລະສານໂຄສະນາ
ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ

ຜົນການຢ້ຽມຢາມ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ

         ໂດຍຕອບສະໜອງຕາມການເຊື້ອເຊີນຂອງການນໍາຂັ້ນສູງ ຂອງພັກ-ລັດ ສສ.ຫວຽດນາມ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມສັນຖະຕະວະໄມຕີ ສສ. ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 ເຖິງ 29 ມິຖຸນາ 2021.

  ໃນລະຫວ່າງເຄື່ອນໄຫວຢ້ຽມຢາມ ສສ. ຫວຽດນາມ, ສະຫາຍເລຂາທິການໃຫຍ່, ປະທານປະເທດໄດ້ພົບປະເຈລະຈາກັບ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ; ສະຫາຍ ປະທານປະເທດ ຫງວຽນຊວັນຟຸກ; ສະຫາຍ ນາຍົກລັດຖະມົນຕີ ຟາມມິງຈິ້ງ ແລະ ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ໃນທ່າມກາງບັນຍາກາດ ທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ການເຊື່ອໝັ້ນເຊິ່ງກັນ ແລະ ກັນນັ້ນ, ທັງສອງຝ່າຍ ໄດ້ຖະແຫຼງການຮ່ວມ ແລະ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ໄດ້ແລກປ່ຽນ ແລະ ເປັນເອກະພາບກັນ ກ່ຽວກັບບັນດາ ແຜນນະໂຍບາຍ, ມາດຕະການເພື່ອສືບຕໍ່ນໍາເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະຂົງເຂດ; ສືບຕໍ່ເຮັດໃຫ້ການພົວພັນດ້ານການເມືອງກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຫຼາຍກວ່າເກົ່າ; ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາ ບັນຫາຍຸດທະສາດ ທີ່ພົວພັນເຖິງຄວາມສະຫງົບ ແລະ ການພັດທະນາຢູ່ແຕ່ລະປະເທດ, ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃນທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ເປັນເອກະພາບກັນໃນການອອກແຮງຊຸກຍູ້ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງແຕ່ລະປະເທດ ໃຫ້ໄດ້ຫຼາຍທີ່ສຸດ; ຍູ້ແຮງການປະຕິບັດບັນດາສົນທິສັນຍາ, ບົດບັນທຶກການຮ່ວມມື ລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຂອງສອງປະເທດ ຢ່າງມີປະສິດທິຜົນ; ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍູ້ແຮງການຮ່ວມມື, ສະໜັບສະໜູນກັນເພື່ອພ້ອມກັນຂ້າມຜ່ານຄວາມຫຍຸ້ງຍາກໃຫ້ໄດ້.

         ນອກນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປັນສັກຂີພິຍານໃນພິທີເຊັນ ບັນດາເອກະສານການຮ່ວມມື ລະຫວ່າງສອງປະເທດ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023; ບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງຖະແຫຼງຂ່າວ ລາວ ແລະ ຫວຽດນາມ ໄລຍະ 2021-2025; ແຜນການຮ່ວມມືວັດທະນະທໍາ, ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025 ແລະ ບາງສັນຍາເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນາມ. ພ້ອມດຽວກັນນີ້, ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ, ຄະນະປະສານງານ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຢູ່ລາວ ແລະ ຍັງໄດ້ພົບປະໂອ້ລົມ ນັກສຶກສາລາວ ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນອີກດ້ວຍ.

(ສ.ວົງບຸນຄໍາ)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *