ຂ່າວເດັ່ນ-ປະເດັນດັງ

ຜູ້ຕິດເຊື້ອໂຄວິດ-19 ສາມາດປິ່ນປົວໄດ້ດ້ວຍຕົວເອງ ໂດຍບໍ່ໄປໂຮງໝໍ

     ໃນປັດຈຸບັນ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຂະຫຍາຍເປັນວົງກວ້າງ, ອັດຕາການຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກພະຍາດດັ່ງກ່າວ ໄດ້ເພີ່ມຂຶ້ນຢ່າງໄວວາ ໄປທົ່ວທຸກແຂວງ ຂອງປະເທດເຮົາ. ສິ່ງດັ່ງກ່າວເປັນຄວາມທ້າທ້າຍຕໍ່ຂີດຄວາມສາມາດ ໃນການຮອງຮັບຜູ້ຕິດເຊື້ອ ຢູ່ໃນບັນດາໂຮງໝໍ, ສູນປິ່ນປົວ, ສະຖານທີ່ແຍກປ່ຽວ ເພື່ອຕິດຕາມອາການກຸ່ມສ່ຽງ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມຄວບຄຸມພະຍາດຕິດຕໍ່, ກົມແຜນການ ແລະ ການຮ່ວມມື,​ ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ, ໂຮງໝໍເສດຖາທິຣາດ, ອົງການອະນາໄມໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ສ້າງຄູ່ມືແນະນໍາ ສໍາລັບການຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ຢູ່ຊຸມຊົນ ສໍາລັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ມີອາການ ຫຼື ມີອາການເບົາບາງ. ບັນຫາສໍາຄັນກ່ອນຈະອະນຸ ຍາດໃຫ້ຜູ້ຕິດເຊື້ອທີ່ມີອາການເບົາບາງ ຕິດຕາມອາການຕົວເອງຢູ່ຮືອນໄດ້ນັ້ນ ຕ້ອງໄດ້ຮັບການພິຈາລະ ນາ ຈາກຄະນະສະເພາະກິດ ແລະ ແພດໝໍກ່ອນ ເຊິ່ງການປະເມີນຈະອີງ ໃສ່ສະພາບຂອງຜູ້ຕິດເຊື້ອ ແລະ ເງື່ອນໄຂຂອງສະຖານທີ່ ວ່າເໝາະສົມຫຼືບໍ່ ແລະ ຕ້ອງຢູ່ພາຍໃຕ້ການຕິດຕາມຢ່າງໃກ້ຊິດຈາກແພດ-ໝໍ.

New Doc 2021-11-10

ເນື້ອໃນຂອງຄູ່ມື ແມ່ນໄດ້ແນະນໍາກ່ຽວກັບ: 1. ຜູ້ທີ່ສາມາດຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ການຈັດບຸລິມະສິດຜູ້ທີ່ຄວນໄດ້ຮັບການຕິດຕາມ ແລະ ປິ່ນປົວຢູ່ໃນໂຮງໝໍ ແລະ ໂຮງໝໍພາກສະ ໜາມ; 2. ວິທີການຕິດຕາມສຸຂະພາບຮ່າງກາຍ ແລະ ຈິດໃຈຂອງຜູ້ຕິດເຊື້ອ; 3. ວິທີປ້ອງກັນສະມາຊິກ ໃນ ຄອບຄົວ ເພື່ອບໍ່ໃຫ້ມີການຕິດເຊື້ອເພີ່ມ; 4. ເວລາໃດທີ່ຄວນຕິດຕໍ່ຫາສະຖານທີ່ປິ່ນປົວ ໃນການນໍາສົ່ງຜູ້ຕິດ ເຊື້ອ ເພື່ອປ້ອງກັນການຊັກຊ້າໃນການຊ່ວຍເຫຼືອ.

​          ສໍາລັບສິ່ງທີ່ຕ້ອງໄດ້ປະຕິບັດ ແລະ ກະກຽມໃນໄລຍະປິ່ນປົວຕົວເອງຢູ່ເຮືອນ ມີດັ່ງນີ້:

– ແຍກດ່ຽວຕົນເອງຢ່າງໜ້ອຍ 14 ວັນ ນັບແຕ່ມື້ທີ່ຮູ້ຜົນກວດຊອກຫາເຊື້ອເປັນບວກ, ຈາກນັ້ນກໍຕິດຕາມອາການຕົນເອງໃນແຕ່ລະມືຢ່າງລະອຽດ ດ້ວຍການຈົດບັນທຶກໃສ່ໃນຕາຕະລາງທີ່ຄະນະສະເພາະກິດແນະນໍາ.

– ຮັກສາສຸຂະພາບທົ່ວໄປເຊັ່ນ: ດື່ມນໍ້າໃຫ້ພຽງພໍ ຢ່າງໜ້ອຍ 2 ລິດຕໍ່ມື ແລະ ພັກຜ່ອນໃຫ້ພຽງພໍ, ກິນອາຫານໃຫ້ພຽງພໍ ຖືກຕ້ອງຕາມຫຼັກໂພຊະນາການ, ກິນຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ ອື່ນໆ ຕາມອາການສະແດງອອກ.

– ກະກຽມຢາພື້ນຖານທີ່ຈໍາເປັນເຊັ່ນ: Paracetamol, Berberine, ORS, Multivitamine. ບໍ່ແນະນໍາໃຫ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວພະຍາດ ໂຄວິດ-19 ທີ່ບໍ່ມີອາການແລະ ອາການເບົາບາງ.

– ຖ້າຜູ້ຕິດເຊື້ອເລີ່ມມີອາການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ້ຕິດເຊື້ອ ຫຼື ສະມາຊິກໃນຄອບຄົວເຫັນວ່າຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ ແມ່ນຄວນໂທຫາສາຍດ່ວນ 164.

ນັ້ນເປັນພຽງສ່ວນໜ້ອຍໜຶ່ງ ຂອງ ຄູ່ມືແນະນໍາ ສໍາລັບການຕິດຕາມສຸຂະພາບຕົນເອງຢູ່ເຮືອນ ແລະ ຢູ່ຊຸມຊົນ ສໍາລັບລາຍລະອຽດເພີ່ມຕື່ມແມ່ນເບິ່ງຕາມຄູ່ມືໄດ້ເລີຍ ຄຣິກລິ້ງ: ດາວໂຫຼດ

ຫົງລຶດີ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *