ນາຍົກ ຢ້ຽມຢາມ ກໍາປູເຈຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ນາຍົກ ຢ້ຽມຢາມ ກໍາປູເຈຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ

     ໂດຍຕອບສະໜອງຕາມຄຳເຊີນ ຂອງສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງ ວັນທີ 29-30 ພະຈິກ 2021 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕິຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ແລະ ປະຊາຊົນກໍາປູເຈຍ.

     ການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຂອງທ່ານ ພັນຄໍາ ວິພາວັນ ຄັ້ງນີ້ເປັນຄັ້ງທໍາອິດ ຂອງການເຄື່ອນໄຫວວຽກງານຕ່າງປະເທດ ພາຍຫຼັງທີ່ໄດ້ຮັບຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ເພື່ອເປັນການຢືນຢັນອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແລະ ປະຊາຊົນລາວ ຕໍ່ສາຍພົວພັນມິດຕະພາບອັນສະໜິດສະໜົມ, ຖານບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງມາແຕ່ບູຮານນະການ ກໍຄື ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ.

     ໃນໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ພົບປະກັບສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ; ໃນການພົບປະ ທັງສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານລະຫວ່າງ ລາວ- ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະນັບແຕ່ສອງປະເທດໄດ້ຍົກລະດັບສາຍພົວການຮ່ວມມື ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານໃນປີ 2019, ການພົວພັນຮ່ວມມື ຂອງສອງປະເທດກໍມີບັນຍາກາດອັນໃໝ່ເຖິງວ່າສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຕ່ລະປະເທດຍັງມີຄວາມຫຍຸ້ງຍາກ ແຕ່ການພົວພັນ ຂອງສອງປະເທດລາວ-ກໍາປູເຈຍ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະ ໄດ້ຮັບການເສີມຂະຫຍາຍເປັນຕົ້ນ: ການຮ່ວມມືດ້ານການເມືອງແມ່ນຢູ່ໃນລະດັບດີ, ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານຕ້ານຢາເສບຕິດກໍມີຄວາມໃກ້ຊິດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນໍາທັງສອງປະເທດ;ການຮ່ວມມືດ້ານການລົງທຶນ, ດ້ານເສດຖະກິດ, ການຄ້າ, ວັດທະນະທໍາ-ສັງຄົມ, ສຶກສາ ແລະ ການຮ່ວມມືໃນທ້ອງຖິ່ນ ກໍເຫັນວ່າມີການຂະຫຍາຍຕົວເປັນກ້າວໆ; ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄຽງຄູ່ກັນນີ້ ສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການຟື້ນຟູເສດຖະກິດຫຼັງການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍສະເພາະການຟື້ນຟູການທ່ອງທ່ຽວ. ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບສືບຕໍ່ຮ່ວມກັນເຮັດໃຫ້ສໍາເລັດແຜນແມ່ບົດ ການຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທໍາ, ພ້ອມກັນນັ້ນ ກໍຈະຊຸກຍູ້ໃຫ້ມີຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍການພົບປະກັນຫຼາຍຂຶ້ນຕື່ມ. ໃນໂອກາດດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຊື້ອເຊີນ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ແລະ ຄະນະໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.  ພາຍຫຼັງສໍາເລັດການພົບປະສອງຝ່າຍ, ທ່ານ ພັນຄໍາ ວິພາວັນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບພຣະບາດ ສົມເດັດ ພຣະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ,ພົບປະກັບ ສົມເດັດ ອັກຄະມະຫາ ໂປເນຍ ຈັກໄກຣ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບຸນ ເສນາ ພຽກໄດ ຊາຍຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.

     ໃນໂອກາດການຢ້ຽມຢາມຄັ້ງນີ້, ລັດຖະບານ ແລະ ປະຊາຊົນກໍາປູເຈຍ ໄດ້ມອບເງິນເພື່ອຊ່ວຍ ສປປ ລາວ ໃນການຕ້ານໂຄວິດ-19 ຈໍານວນ 3.000.000 ໂດລາສະຫະລັດ, ວັກຊິນ 500.000 ໂດສ ແລະ ລົດຂົນສົ່ງວັກຊິນ 2 ຄັນ; ພ້ອມດຽວກັນນີ້ ພາກເອກະຊົນ ຂອງກໍາປູເຈຍຫຼາຍບໍລິສັດກໍໄດ້ມອບເງິນສົມທົບເພີ່ມອີກ 10.000.000 ໂດລາສະຫະລັດ ລວມຈໍານວນເງິນຊ່ວຍເຫຼືອທັງໝົດ 13.000.000 ໂດລາສະຫະລັດ.

ຂໍ້ມູນ ແລະ ພາບ: ຈາກກະຊວງການຕ່າງປະເທດ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *