ພື້ນຖານແນວຄິດ-ທິດສະດີ ຂອງພັກ

ນາຍົກລັດຖະມົນຕີ ເນັ້ນ 6 ບັນຫາສໍາລັບການເປີດສົກຮຽນໃໝ່

          ຍ້ອນສະພາບຄວາມຫຍຸ້ງຍາກ ຂອງການແຜ່ລະບາດພະຍາດໂຄວິດ-19 ເຊິ່ງມີທ່າອ່ຽງທີ່ຈະຂະຫຍາຍເປັນວົງກວ້າງ; ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນ ໃນສົກປີ 2021-2022 ໄດ້ດໍາເນີນໄປຢ່າງປອດໄພ ແລະ ສືບຕໍ່ພັດທະນາລະບົບການສຶກສາ ຂອງປະເທດເຮົາ ໃຫ້ຂະຫຍາຍຕົວ ແລະ ມີຄຸນນະພາບ; ດ້ວຍຄວາມເປັນຫ່ວງເປັນໃຍ ຂອງລັດຖະບານ; ດັ່ງນັ້ນ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈິ່ງໄດ້ເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ຂອງຕົນ ຄືດັ່ງນີ້:

            ໜຶ່ງ: ໃຫ້ຜູ້ບໍລິຫານການສຶກສາ ທຸກຂັ້ນເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດໝາຍ-ລະບຽບການດ້ານການສຶກສາ, ພັດທະນາສະຖານການສຶກສາ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານໃນການພັດທະນາຊັບພະຍາກອນມະນຸດ ຕາມທິດ 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບວາລະແຫ່ງຊາດ ຢ່າງເດັດຂາດ ແລະ ເຂັ້ມງວດ.

            ສອງ: ບັນດາ ຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກອົບຮົມ ແລະ ຄົ້ນຄວ້າຫຼັກສູດການຮຽນ-ການສອນໃໝ່, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສະໜັບສະໜູນການຮຽນ-ການສອນ, ຈັດຕັ້ງທົບທວນ-ສໍາມະນາຄືນຮູບແບບການຈັດ ການຮຽນ-ການສອນ, ວິທີການສອນ, ເຕັກນິກ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນ ໃຫ້ສອດຄ່ອງກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນປັດຈຸບັນ.

            ສາມ: ພໍ່ແມ່ຜູ້ປົກຄອງ ຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸ ເຂົ້າຮຽນໄປເຂົ້າໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານ ໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນ ຂອງການສຶກສາ ທີ່ມີຕໍ່ອານາຄົດຂອງຕົນເອງ, ຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ.

            ສີ່: ສໍາລັບລູກຫຼານນັກຮຽນ-ນັກສຶກສາ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນນັກຮຽນ ທີ່ຮຽນດີ, ຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫຼານທີ່ດີ ຂອງພໍ່ແມຜູ້ປົກຄອງ, ເປັນພົນລະເມືອງທີ່ດີ ຂອງປະເທດຊາດ ແລະ ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອພັດທະນາ ແລະ ສ້າງສາປະເທດຊາດ.

            ຫ້າ: ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາຂັ້ນບ້ານ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການ ໂດຍລວມຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດ ຂອງຕົນ ໃນການສຶກສາອົບຮົມ, ບົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ- ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນພົນລະເມືອງທີ່ດີ ຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຫມົດທຸກຄົນໃນທົ່ວສັງຄົມ.

            ຫົກ: ທຸກການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຕ້ອງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງ ການສຶກສາ ແລະ ກິລາ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດ ຂອງ ພະຍາດໂຄວິດ-19 ໃນແຕ່ລະຂັ້ນ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ, ຊ່ວຍເຫຼືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2021-2022 ດໍາເນີນໄປໄດ້ດ້ວຍດີ ແລະ ມີປະສິດທິຜົນ.

 

 ບົດ: ຫົງລຶດີ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *