ນະຄອນຫຼວງວຽງຈັນ ຈະສ້າງຕັ້ງເມືອງໃໝ່ເພີ່ມອີກ 1 ເມືອງ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ນະຄອນຫຼວງວຽງຈັນ ຈະສ້າງຕັ້ງເມືອງໃໝ່ເພີ່ມອີກ 1 ເມືອງ

         ນະຄອນຫຼວງວຽງຈັນ ກໍາລັງກຽມສ້າງເມືອງໃໝ່ເພີ່ມ 1 ເມືອງ ເປັນເມືອງທີ 10 ຂອງນະຄອນຫຼວງວຽງຈັນ ເຊິ່ງໄດ້ກໍານົດເອົາ 24 ບ້ານ ທີ່ຂຶ້ນກັບ ເມືອງໄຊທານີ ເປັນຂອບເຂດພື້ນທີ່ເມືອງທີ່ຈະຕັ້ງຂຶ້ນໃໝ່ ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 393/ຈນວ ລົງວັນທີ 08/06/2021 ວ່າດ້ວຍການກໍານົດຂອບເຂດຂອງເມືອງໃໝ່, ຈໍານວນ 24 ບ້ານ ທີ່ຂຶ້ນກັບເມືອງ ໄຊທານີ ເຊິ່ງທີ່ຕັ້ງຂອງເມືອງໃໝ່ ແມ່ນຢູ່ເຂດບ້ານນາໂງ່ມ-ນາຕານ, ມາຮອດປັດຈຸບັນ ຢູ່ໃນຂັ້ນຕອນການສໍາຫຼວດເກັບກໍາຂໍ້ມູນ ສ້າງແຜນທີ່ຂອບເຂດເມືອງ, ແຜນຜັງຕົວເມືອງ,​ ແຜນທີ່ການນໍາໃຊ້ທີ່ດິນກະສິກໍາ, ການຈັດສັນທີ່ດິນແຕ່ລະປະເພດ ເພື່ອໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ.

          ທ່ານ ນາງ ດໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ໄດ້ເປີກເຜີຍຫວ່າງບໍ່ດົນນີ້ວ່າ: ວຽກງານການສໍາຫຼວດ ແລະ ເກັບກໍາຂໍ້ມູນ ເພື່ອກໍານົດຂອບເຂດ ແລະ ເທດສະບານເມືອງໃໝ່ ໄດ້້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ມີຖຸນາ ປີ 2018 ມາຮອດປັດຈຸບັນ ແມ່ນໄດ້ສໍາເລັດການກໍານົດຂອບເຂດພື້ນທີ່ເມືອງ ໂດຍກໍານົດເອົາ 24 ຂອງເມືອງໄຊທານີ, ມີປະຊາກອນທັງໝົດ 37.532 ຄົນ, ສໍາເລັດການຖາງແລວ ແລະ ປັກຫຼັກໝາຍໄດ້ 33 ຫຼັກຕາມລວງຮອບຂອງດິນ, ເກັບກໍາຕອນດິນຂອງປະຊາຊົນຢູ່ຕອນດິນດັ່ງກ່າວ ມີທັງໝົດ 22 ຕອນ, ສໍາເລັດການສໍາຫຼວດຂອບເຂດພື້ນທີ່ເທດສະບານເມືອງໃໝ່ ໂດຍກວມເອົາ 3 ບ້ານຄື: ບ້ານ ນາໂງ່ມເກົ່າ, ນາໂງ່ມໃໝ່ ແລະ ບ້ານນາຕານ ພ້ອມທັງສໍາເລັດການສໍາຫຼວດການສ້າງຕັ້ງຫ້ອງການພາກສະໜາມ ແລະ ສ້າງຫ້ອງການພາກສະໜາມຂອງເຂດຈຸດສຸມ ນາໂງ່ມ-ນາຕານ ສໍາເລັດແລ້ວ 95%; ສໍາເລັດການສໍາຫຼວດເກັບກໍາຂໍ້ມູນເຂດແດນເຊື່ອມຕໍ່, ສ້າງແຜນທີ່ຂອບເຂດພື້ນທີ່ 8 ບ້ານໃນກຸ່ມບ້ານຊ້າງ, ສໍາເລັດການສ້າງບົດວິພາກພັດທະນາກຸ່ມບ້ານຊ້າງໃຫ້ກາຍເປັນຕົວເມືອງເປັນເທດສະບານເມືອງໃໝ່ ແລະ ສໍາເລັດການກໍານົດຈຸດທີ່ຕັ້ງຂອບເຂດ ສ້າງແຜນທີ່ຂອງແຕ່ລະສໍານັກງານ.

ສາຍສໍາພັນ

ພາບຈາກຂ່າວອິນເຕີເນັດ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *