ຂ່າວເດັ່ນ-ປະເດັນດັງ

ຄະນະພັກ ຄອສພ ເຂົ້າຂໍ່ານັບວິລະບູລຸດລາວ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ V

           ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V ທີ່ຈະໄຂຂຶ້ນ ໃນວັນທີ 24 ສິງຫາ 2021, ດັ່ງນັ້ນ ໃນຕອນບ່າຍ ວັນທີ 23 ສິງຫາ 2021 ຄະນະພັກ, ຄະນະນໍາ ຄອສພ ນໍາໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ  ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ  ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ       ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ; ອີກປະການໜຶ່ງ ແມ່ນເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ຄອສພ  ຄັ້ງທີ V ບັນລຸຕາມຄາດໝາຍ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.​

ພາບ-ຂ່າວ: ຫົງລຶດີ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *