ຂ່າວເດັ່ນ-ປະເດັນດັງ

ຄອສພ ປາຖະກະຖາ ວັນສໍາຄັນຂອງຊາດ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂຶ້ນກັບ

     ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງພິທີປາຖະກະຖາ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ແລະ ຜົນສໍາເລັດ ຂອງການກໍ່ສ້າງທາງລົດໄຟ ຂື້ນ ໃນວັນທີ 13 ທັນວາ 2021 ທີ່ ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການໃຫ້ກຽດປາຖະກະຖາ ຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າ ຄອສພ, ທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າ ຄອສພ ຕາມລໍາດັບ, ມີພະນັກງານອາວຸໂສບໍານານ, ພະນັກງານສະມາຊິກພັກ ທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

     ການປາຖະກະຖາ ໃນໂອກາດຄົບຮອບວັນສໍາຄັນໃນຄັ້ງນີ້ ກໍເພື່ອລະນຶກເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປາຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດການຕໍ່ສູ້ປົດປ່ອຍຊາດ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນຄວາມສໍາເລັດທີ່ ສປປ ລາວ ຍາດມາໄດ້ຕະຫຼອດໄລຍະ 46 ປີ; ເພື່ອຜັນຂະຫຍາຍມູນເຊື້ອອັນດີງາມ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າ ຄອສພ ໄດ້ເນັ້ນໃຫ້ນັກຮົບແນວຄິດ ທົ່ວ ຄອສພ ນໍາເອົາເນື້ອໃນຈິດໃຈສູດທອນພົດເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ຂອງທ່ານປະທານປະເທດ ໂດຍສະເພາະ 6 ບັນຫາ ທີ່ທ່ານໄດ້ຕັ້ງຂຶ້ນ ນໍາໄປເຜີຍແຜ່ດ້ວຍຫຼາຍຮູບຫຼາຍສີ ເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນໃນທົ່ວປະເທດເຂົ້າໃຈ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວໃຫ້ປະກົດຜົນເປັນຈິງ.

     ພ້ອມດຽວກັນນີ້ ທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າ ຄອສພ ກໍໄດ້ປາຖະກາຖາ ໃນໂອກາດວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄຸນງາມຄວາມດີ, ຄວາມເປັນແບບຢ່າງ ແລະ ແນວຄິດອັນສະຫຼາດສ່ອງໃສຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ທຸ້ມເທໃຫ້ກັບປະເທດຊາດຕະຫຼອດຊີວິດຂອງເພີ່ນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ ທົ່ວ ຄອສພ ຈົ່ງຮໍ່າຮຽນເອົາແບບຢ່າງ ແລະ ຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ ເພື່ອມູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືການດໍາລົງຊີວິດປະຈໍາວັນທີ່ປອດໃສ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນດີ, ຄົນເກັ່ງ ແລະ ມີຄວາມເຊື່ອໝັ້ນຈາກການຈັດຕັ້ງ. ຈາກນັ້ນ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ກໍໄດ້ປາຖະກະຖາກ່ຽວກັບຄວາມສໍາເລັດຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ, ຄວາມພະຍາຍາມຂອງລັດຖະບານ ແລະ ຜົນປະໂຫຍດຈາກໂຄງການດັ່ງກ່າວ ເພື່ອສ້າງຄວາມຮັບຮູ້ຢ່າງເປັນເອກະພາບ ແລະ ນໍາໄປເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຕໍ່ຍຸດທະສາດການພັດທະນາຂອງປະເທດເຮົາ ແລະ ພ້ອມກັນປົກປັກຮັກສາ-ນໍາໃຊ້ລົດໄຟໃຫ້ເກີດຜົນປະໂຫຍດສູງສຸດຕໍ່ທຸກພາກສ່ວນ.

     ໂອກາດດັ່ງກ່າວ ຍັງໄດ້ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຕາມມະຕິຕົກລົງສະບັບເລກທີ 413/ຫສພ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການໂອນກົງຈັກການຈັດຕັ້ງ ແລະ ພະນັກງານລັດຖະກອນຫ້ອງການສະພາທິດສະດີສູນກາງພັກ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ; ພ້ອມນັ້ນ ກໍໄດ້ປະກາດການອອກພັກການ-ຮັບອຸດໜູນບໍານານ ຂອງພະນັກງານຫ້ອງການສະພາທິດສະດີສູນກາງພັກ ຈໍານວນ 6 ທ່ານ ແລະ ພະນັກງານ ຄອສພ ຈໍານວນ 2 ທ່ານ.

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *