ຄວາມໝາຍສໍາຄັນຂອງການມາຢ້ຽມຢາມ ສປປ ລາວ ຂອງປະທານປະເທດ ສສ ຫວຽດນາມ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຄວາມໝາຍສໍາຄັນຂອງການມາຢ້ຽມຢາມ ສປປ ລາວ ຂອງປະທານປະເທດ ສສ ຫວຽດນາມ

       ໂດຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ, ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​ໃນວັນ​ທີ 9-10 ສິງຫາ 2021.

         ການມາຢ້ຽມຢາມ ສປປ ລາວ ຂອງສະຫາຍ ຫງວຽນ ຊວັນ ຟຸກ ຄັ້ງນີ້ເປັນຄັ້ງທໍາອິດ ຂອງການເຄື່ອນໄຫວ ວຽກງານຕ່າງປະເທດ ພາຍຫຼັງທີ່ສະຫາຍ ໄດ້ຮັບຕໍາແໜ່ງເປັນປະທານປະເທດ ສສ ຫວຽດນາມ ເຊິ່ງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີ ຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານປະເທດ, ເຊິ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງ ພັກ, ລັັດ ແລະ ປະຊາຊົນຫວຽດນາມ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ. ສອງຝ່າຍ ໄດ້ເຫັນດີສະເໜີໃຫ້ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຂົງເຂດການຮ່ວມມືດ້ານການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການຮ່ວມມືທາງດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງ ລາວ ແລະ ຫວຽດນາມ ໃນອະນາຄົດ, ເຊິ່ງມີຫຼາຍໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 8, ໂຄງການເສັ້ນທງລົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການຊື້ຂາຍໄຟຟ້າ ແລະ ອື່ນໆ. ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ. ພ້ອມກັນນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນແບບປົກກະຕິ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເຝິກອົບຮົມເຕັກນິກບຸກຄະລາກອນ ຫຼື ການຊ່ວຍເຫຼືອແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດລະບາດຕ່າງໆ ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສສ ຫວຽດນາມ ເຊິ່ງສໍາເລັດການກໍ່ສ້າງໃນບໍ່ດົນຜ່ານມານີ້ ແລະ ໄດ້ຖືໂອກາດທີ່ທ່ານປະທານ ປະເທດ ສສ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຈັດຕັ້ງພິທີມອບຮັບຢ່າງເປັນທາງການ; ພ້ອມດຽວກັນນີ້ ທ່ານ ຫງວຽນ ຊວັນ ຟຸກ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງຮຽນເຝິກອົບຮົມວິຊາຊີບ, ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ມູນຄ່າ 5 ລ້ານໂດລາສະຫະລັດ ຕື່ມອີກ, ເຊິ່ງເປັນຂອງຂວັນອັນລໍ້າຄ່າທີ່ ສສ. ຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ.

        ນອກນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບ ການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານ ຂອງພາກລັດ ຄື: ບົດບັນທຶກ ວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳຊົນເຜົ່າ ກອງທັບ, ໜັງສືເຈດຈໍານົງ ວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ; ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງ ບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນ ໃຫ້ແກ່ ພາກເອກະຊົນ 7 ເອກະສານ ອີກດ້ວຍ. ພ້ອມດຽວກັນນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຄໍາໃບ ດຳລັດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ.

        ກ່ອນປະທານປະເທດ ສສ ຫວຽດນາມ ຈະເດີນທາງກັບປະເທດ ທ່ານຍັງໄດ້ຢ້ຽມຢາມບັນດາອະດີດການນໍາ ລາວ ຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ. ເຂົ້າຮ່ວມພິທີວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ, ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເຂົ້າຮ່ວມພິທີ ເປີດນໍາໃຊ້ ແລະ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ອີກດ້ວຍ.

ຂ່າວ : ສອນທິ

ພາບຈາກ : ຂປລ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *