ວຽກງານໂຄສະນາອົບຮົມ

ການນໍາ ຄອສພ ໃຫ້ຄວາມສໍາຄັນຕໍ່ການສົ່ງຄວາມຮູ້ໃຫ້ແກ່ນັກສຶກສາ ສມປຊ ສາຂາໂຄສະນາອົບຮົມ

       ການກໍ່ສ້າງພະນັກງານໃຫ້ມີຄຸນນະພາບ ແມ່ນຄວາມຈໍາເປັນ ຂອງທຸກໆຂະແໜງການ ທັງແມ່ນຄວາມຮຽກຮ້ອງ ຂອງພັກເຮົາໃນເງື່ອນໄຂໃໝ່ ເພື່ອປົດລັອກບັນຫາຄວາມຫຍຸ້ງຍາກທາງດ້ານພະນັກງານ (ເຫຼືອບໍ່ພໍ) ແລະ ຜ່ານມາແຕ່ລະຂະແໜງການກໍໄດ້ເອົາໃຈໃສ່ຕໍ່ການບໍາລຸງກໍ່ສ້າງພະນັກງານ ຂອງຕົນ ດ້ວຍຫຼາຍຮູບການ, ຫຼາຍລະບົບ ແລະ ຫຼາຍລະດັບ ເຮັດໃຫ້ຄຸນນະພາບຂອງພະນັກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນມີການພັດທະນາດີຂຶ້ນ.

        ສໍາລັບຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ຖືສໍາຄັນຕໍ່ການຍົກລະດັບຄວາມຮູ້ – ຄວາມສາມາດ ຂອງພະນັກງານ ໃນຖັນແຖວພະນັກງານທີ່ເຮັດວຽກການເມືອງ – ແນວຄິດ ຕະຫຼອດມາ ເຊິ່ງໄດ້ສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຫຼັກສູດການຮຽນ – ການສອນຂັ້ນປະລິນຍາຕີ ສາຂາ ໂຄສະນາອົບຮົມຂຶ້ນ ເພື່ອສ້າງໂອກາດໃຫ້ພະນັກງານໂຄສະນາອົບຮົມ ກໍຄືຜູ້ທີ່ເຮັດວຽກງານການເມືອງ – ແນວຄິດ ທົ່ວປະເທດ ໄດ້ຍົກລະດັບຄວາມຮູ້ທາງດ້ານການເມືອງ ແລະ ວຽກງານໂຄສະນາອົບຮົມຢ່າງເລິກເຊິ່ງ. ຫຼັກສູດການຮຽນ – ການສອນຂັ້ນປະລິນຍາຕີ ສາຂາໂຄສະນາອົບຮົມ ປະກອບມີຫຼາຍວິຊາຮຽນ ແລະ ຫຼາຍຫົວຂໍ້ ໃນນີ້ຫົວຂໍ້ ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ເປັນຫົວຂໍ້ໜຶ່ງທີ່ສໍາຄັນ ທັງຕິດພັນໂດຍກົງກັບໜ້າທີ່ການເມືອງ ຂອງ ຄອສພ ກໍຄື ສະຖາບັນຄົ້ນຄວ້າວິທະຍາສາດຕ່າງໆ; ເພື່ອຖ່າຍທອດຄວາມຮູ້ໃນວຽກງານດັ່ງກ່າວ ໃຫ້ແກ່ນັກສຶກສາໄດ້ຢ່າງເລິກເຊິ່ງ ຄະນະພັກ ຄອສພ ຈຶ່ງໄດ້ມອບ ໝາຍໃຫ້ ສະຫາຍ ສາຄອນ ພົມມະລາດ ຄະນະພັກ, ຫົວໜ້າຫ້ອງການ ຄອສພ ຂຶ້ນບັນຍາຍເອກະສານຫົວຂໍ້ດັ່ງກ່າວໃຫ້ແກ່ນັກສຶກສາ ຂັ້ນປະລິນຍາຕີ ສາຂາ ໂຄສະນາອົບຮົມ ຮຸ່ນທີ່ IX ຢູ່ ສມປຊ ໃນວັນທີ 18 ຕຸລາ 2021 ຜ່ານມາ ດ້ວຍບັນຍາກາດທີ່ສ້າງສັນ, ຈະແຈ້ງ, ເລິກເຊິ່ງ ແລະ ສ້າງຄວາມຮັບຮູ້ – ເຂົ້າໃຈ ໃນວຽກງານການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກໍາ ຂອງພັກໃຫ້ແກ່ນັກສຶກສາໄດ້ເປັນຢ່າງດີ.

ຂ່າວ: ສອນທິ ວົງບຸນຄໍາ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *