ເປັນຫຍັງ ລັດຖະບານ ຈຶ່ງກຳນົດວາລະແຫ່ງຊາດ ແລະ ໃຜຈະເປັນຜູ້ຈັດຕັ້ງປະຕິບັດ - ວາລະສານໂຄສະນາ
ບັນຫາສິ່ງຫຍໍ້ທໍ້ ແລະ ບາງທັດສະນະ

ເປັນຫຍັງ ລັດຖະບານ ຈຶ່ງກຳນົດວາລະແຫ່ງຊາດ ແລະ ໃຜຈະເປັນຜູ້ຈັດຕັ້ງປະຕິບັດ

           ເວັບ​ໄຊ ວາ​ລະ​ສານໂຄ​ສະ​ນາ ໃນ​ຄໍ​ລຳ “ບັນ​ຫາ​ຫ​ຍໍ້​ທໍ້ ແລະ ບາງ​ທັດ​ສະ​ນະ” ໄດ້​ຍົກ​ເອົາ​ບັນ​ຫາ​ ກ່ຽວ​ກັບ “ວາ​ລະ​ແຫ່ງ​ຊາດ” ທີ່​ລັດ​ຖະ​ບານ ກຳ​ນົດ​ອອກ ແລະ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ຮັບ​ຮອງ​ເອົາ​ໃນ​ໄລ​ຍະ​ບໍ່​ດົນ​ຜ່ານ​ມານີ້ ເພື່ອ​ນຳ​ມາ​ແລກ​ປ່ຽນ ກັບ​ເພື່ອນ​ຜູ້​ອ່ານ ແນ​ໃສ່​ສ້າງ​ຄວາມ​ເຂົ້າ​ໃຈ ແລະ ເປັນ​ເອ​ກະ​ພາບ​ ໃນ​ທົ່ວ​ສັງ​ຄົມ ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເກີດ​ຜົນ​ເປັນ​ຈິງ.

          ກ່ອນ​ອື່ນ​ໝົດ​ ຕ້ອງ​ສ້າງ​ຄວາມ​ຮັບ​ຮູ້ ກ່ຽວ​ກັບ ວາ​ລະ​ແຫ່ງ​ຊາດ ແມ່ນ​ຫ​ຍັງ ແລະ ຍ້ອນ​ຫ​ຍັງ ລັດ​ຖະ​ບານ ຈຶ່ງ​ກຳ​ນົດ​ເປັນ​ວາ​ລະ​ແຫ່ງ​ຊາດ ? ຕາມ​ທັດ​ສະ​ນະ​ຜູ້​ຂຽນ ໂດຍ​ອີງ​ໃສ່​ເນື້ອ​ໃນ ຂອງວາ​ລະ​ແຫ່ງ​ຊາດ ທີ່​ລັດ​ຖະ​ບານ​ໄດ້​ຊີ້​ແຈງ​ຢ່າງ​ຄົບ​ຖ້ວນນັ້ນ ເຫັນ​ວ່າ: “ວາ​ລະ” ມີ​ຄວາມ​ແຕກ​ຕ່າ​ງ ກັບ “ສະ​ໄໝ”; ວາ​ລະ ຈະ​ມີ​ເວ​ລາ​ ສັ້ນ​ກວ່າ ສະ​ໄໝ ເຊັ່ນ: ມື້​ໜຶ່ງ, ຄັ້ງ​ໜຶ່ງ, ຄາວ​ໜຶ່ງ; ສະ​ໄໝ ຈະ​ມີ​ເວ​ລາ​ຍາວ 5 ປີຂຶ້ນ​ໄປ ເຊັ່ນ: ສະ​ໄໝກອງ​ປະ​ຊຸມ​ໃຫ​ຍ່, ສະ​ໄໝ​ສົງ​ຄາມ…; “ແຫ່ງ​ຊາດ” ໝາຍ​ເຖິງ ໝົດ​ທຸກ​ຄົນ​ພາຍ​ໃນ​ຊາດ; ສະ​ນັ້ນ ວາ​ລະ​ແຫ່ງ​ຊາດ ທີ່​ລັດ​ຖະ​ບານ​ກຳ​ນົດ​ອອກ ແມ່ນ​ຢູ່​ໃນ​ຂອບ​ເຂດ ຂອງ​ສະ​ໄໝ​ກອງ​ປະ​ຊຸມ​ໃຫ​ຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ມີ​ໄລ​ຍະ​ເວ​ລາ​ພຽງ 2 ປີກວ່າ​ເທົ່າ​ນັ້ນ; “ວາ​ລະແຫ່ງ​ຊາດ” ໝາຍ​ເຖິງ ໄລ​ຍະ​ເວ​ລາ​ທີ່​ທຸກ​ຄົນ​ພາຍ​ໃນ​ຊາດ ຕ້ອງ​ປະ​ຕິ​ບັດ​ພັນ​ທະ ຂອງ​ຕົນ; ຍ້ອນ​ຫ​ຍັງ ລັດ​ຖະ​ບານ ຈຶ່ງ​ກຳ​ນົດ​ເປັນ​ວາ​ລະ​ແຫ່ງ​ຊາດ ເຊິ່ງ​ລວມ​ມີ 3 ວາ​ລະ​ແຫ່ງ​ຊາດ ຄື: ວາ​ລະ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ແກ​້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ ດ້ານ​ເສດ​ຖະ​ກິດ-ການ​ເງິນ, ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ແລະ ບັນ​ຫາ​ພະ​ນັກ​ງານ, ໃນ​ນີ້ ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ແລ້ວ 2 ວາ​ລະ​ແຫ່ງ​ຊາດ ຍັງ​ບໍ່​ທັນ​ໄດ້​ຮັບ​ຮອງ​ເອົາ​ວາ​ລະ​ແຫ່ງ​ຊາດ ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ; ຜູ້​ຂຽນ ຂໍ​ຍົກ​ເອົາ​ວາ​ລະ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ ດ້ານ​ເສດ​ຖະ​ກິດ-ການ​ເງິນ ມາ​ແລກ​ປ່ຽນ;ການ​ທີ່​ລັດ​ຖະ​ບານ ກຳ​ນົດ​ວາ​ລະ​ແຫ່ງ​ຊາດ ກໍ​ຍ້ອນ​ວ່າ ໃນ​ຫຼາຍ​ປີ​ຜ່ານ​ມາ ສະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ຂອງ​ປະ​ເທດ​ເຮົາ ມີ​ຄວາມ​ຫ​ຍຸ້ງ​ຍາກຫຼ​າຍ, ໜີ້​ສິນ​ກໍ​ເພີ່ມ​ຂຶ້ນ ຍ້ອນ​ຫຼາຍ​ປັດ​ໄຈ ແລະ ຫຼາຍ​ສາ​ເຫດ ເຊິ່ງ​ພັກ ແລະ ລັດ​ຖະ​ບານ ກໍ​ພະ​ຍາ​ຍາມ​ແກ້​ໄຂ​ ແຕ່​ກໍ​ບໍ່​ສາ​ມາດ​ແກ້​ໄຂ​ໄດ້, ຖ້າ​ປະ​ປ່ອຍ​ໃຫ້​ສະ​ພາບ​ຄວາມ​ຫ​ຍຸ້ງ​ຍາກ​ດັ່ງ​ກ່າວ ສືບ​ຕໍ່​ແກ່​ຍາວ ປະ​ເທດ​ພວກ​ເຮົາ​ຈະ​ຕົກ​ເຂົ້າ​ສູ່​ພາ​ວະ​ວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ຢ່າງ​ຮ້າຍ​ແຮງ; ເພາະ​ສະ​ນັ້ນ ລັດ​ຖະ​ບານ ຈຶ່ງ​ໄດ້​ຍົກ​ລະ​ດັບ​ຄວາ​ມ​ຫ​ຍຸ້ງ​ຍາກ​ດັ່ງ​ກ່າວ ເປັນ​ວາ​ລະ​ແຫ່ງ​ຊາດ.

           ການ​ກຳ​ນົດ​ວາ​ລະ​ແຫ່ງ​ຊາດ ຂອງ​ລັດ​ຖະ​ບານ ຫຼາຍ​ທ່ານ​ອາດ​ຈະ​ຕັ້ງ​ບັນ​ຫາ​ຂຶ້ນ “ໃຜ​ຈະ​ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຈະ​ແກ້​ໄຂ​ໄດ້​ແນວ​ໃດ” ອັນ​ນີ້ ຄື​ກະ​ທູ້​ສຳ​ຄັນ ທີ່​ລັດ​ຖະ​ບານ ຈຳ​ເປັນ​ຕ້ອງ​ຍົກ​ລະ​ດັ​ບ​ຂຶ້ນ​ເປັນ ວາ​ລະ​ແຫ່ງ​ຊາດ ເພາະ​ວ່າ ວາ​ລະ​ແຫ່ງ​ຊາດ ແມ່ນ​ເວ​ລາ​ທີ່​ທຸກ​ຄົນ​ພາຍ​ໃນ​ຊາດ ຈະ​ຕ້ອງ​ຮ່ວມ​ແຮງ, ຮ່ວມ​ໃຈ ແລະ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ ເຊິ່ງ​ບໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ ຂອງ​ລັດ​ຖະ​ບານ ພຽງ​ຝ່າຍ​ດຽວ ມັນ​ແມ່ນ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ ຂອງ​ໝົດ​ທຸກ​ຄົນ​ພາຍ​ໃນ​ຊາດ. ການ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ ທາງ​ດ້ານ​ເສດ​ຖ​ະ​ກິດ-ການ​ເງິນ ຂອງ​ປະ​ເທດ ແມ່ນ​ມີ​ຄ​ວາມ​ສຳ​ຄັນ ແລະ ຈຳ​ເປັນ​ຫຼາຍ ເພາະ​ວ່າ ບັນ​ຫາ​ເສ​ດ​ຖະ​ກິດ-ການ​ເງິນ ເປັນ​ປັດ​ໄຈ​ກົກ ແລະ ຕັດ​ສິນ​ຊີ້​ຂາດ ໃນ​ທຸກ​ຂະ​ບວນ​ການ​ນຳ​ພາ-ຊີ້​ນຳ ຂອງ​ພັກ-ລັດ; ໃນ​ລະ​ບົບ​ການ​ປົກ​ຄອງ ບໍ່​ວ່າ​ແຕ່​ຢູ່​ປະ​ເທດ​ໃດ ແມ່ນ​ພັກ ແລະ ລັດ​ຖະ​ບານ ຈະ​ເປັນ​ຜູ້​ກຳ​ນົດ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ ຕໍ່​ການ​ພັດ​ທະ​ນາ​ປະ​ເທດ ຢ່າງ​ຮອບ​ດ້ານ ໃນ​ແຕ່​ລະ​ໄລ​ຍະ ແລະ ມອບ​ໃຫ້​ຄະ​ນະ​ພັກ, ຄະ​ນະ​ນຳ ແຕ່​ລະ​ຂັ້ນ ຈັດ​ຕັ້ງ​ເຊື່ອມ​ຊຶມ​ໃຫ້​ແຕ່​ລະ​ເປົ້າ​ໝາ​ຍ ຢ່າງ​ເລິກ​ເຊິ່ງ-ທົ່ວ​ເຖິງ ພ້ອມ​ທັງ​ນຳ​ພາ-ຊີ້​ນຳ ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ຕົນ​ຮັບ​ຜິດ​ຊອບ ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ.

          ດັ່ງ​ນັ້ນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ວາ​ລະ​ແຫ່ງ​ຊາດ ຈຶ່ງ​ແມ່ນ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ ຂອງ​ໝົດ​ທຸກ​ຄົນ, ຜູ້​ໃດ​ກໍ​ຕ້ອງ​ເຮັດ​ໜ້າ​ທີ່ ຂອງ​ຕົນ ໃຫ້​ດີ, ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ໂປ່ງ​ໃສ; ສ່ວນ​ເນື້ອ​ໃນ ແລະ ມາດ​ຕະ​ການ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ອຽດ ແມ່ນ​ລັດ​ຖະ​ບານ​ໄດ້​ກຳ​ນົດ​ອອກ​ຢູ່​ໃນ ເອ​ກະ​ສານ​ແຕ່​ລະ​ວາ​ລະ​ແຫ່ງ​ຊາດ ຢ່າງ​ຈະ​ແຈ້ງ​ແລ້ວ ຂໍ​ໃຫ້​ທ່ານ​ຜູ້​ອ່ານ ຈົ່ງ​ນຳ​ໄປ​ຄົ້ນ​ຄວ້າ​ຢ່າງ​ເລິກ​ເຊິ່ງ ໂດຍ​ສະ​ເພາະ​ແມ່ນ ວຽກ​ງານ​ທີ່​ພົວ​ພັນ​ເຖິງ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ ຂອງ​ຕົນ​ເອງ ພ້ອມ​ທັງ​ສ້າງ​ຄວາມ​ຮັບ​ຮູ້-ເຂົ້າ​ໃຈ ໃຫ້​ແກ່​ຄົນ​ອື່ນໆ ແລະ ປຸກ​ລະ​ດົມ​ໃຫ້​ທຸກ​ຄົນ​ພາຍ​ໃນ​ຊາດ ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ “ວາ​ລະແຫ່ງ​ຊາດ” ຢ່າງ​ເປັນ​ເຈົ້າ​ການ ແລະ ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ ທີ່​ລັດ​ຖະ​ບານ​ໄດ້​ວາງ​ໄວ້; ວາ​ລະ​ດັ່ງ​ກ່າວນ​ີ້ ແມ່ນ​ວາ​ລະ​ທີ່​ທຸກ​ຄົນ​ຈະ​ຕ້ອງ​ໄດ້​ທຸ່ມ​ເທ​ທຸກ​ຄວາມ​ສາ​ມາດ ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ເຖິງ​ຈິດ​ໃຈ​ຮັກ​ຊາດ​ຢ່າງ​ແທ້​ຈິງ ຂອງ​ຕົນ.

 

ບົດໂດຍ: ພ.ວິໄລສັກ; ພາບ: ສະພາແຫ່ງຊາດ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *