ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເນັ້ນໃຫ້ນັກຮົບໃນຂົງເຂດແນວຄິດທິດສະດີເອົາໃຈໃສ່ 7 ບັນຫາ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເນັ້ນໃຫ້ນັກຮົບໃນຂົງເຂດແນວຄິດທິດສະດີເອົາໃຈໃສ່ 7 ບັນຫາ

      ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ວັນທີ 24 ສິງຫາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ທັງໃຫ້ທິດຊີ້ນໍາທີ່ມີວິທະຍາສາດ ແລະ ມີຄວາມໝາຍສໍາຄັນທີ່ສຸດ ຕໍ່ກັບການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ກໍຄື ວຽກງານແນວຄິດທິດສະດີ ຂອງພັກໃນຕໍ່ໜ້າ ເຊິ່ງມີບາງຕອນສະຫາຍໄດ້ກ່າວວ່າ: ປັດຈຸບັນ ແລະ ໃນອະນາຄົດທີ່ຈະມາເຖິງນີ້, ພວກເຮົາກໍາລັງຢູ່ໃນສະຖານະການທີ່ບໍ່ປົກກະຕິ, ໂລກຈະຜັນແປໄປຢ່າງສັບສົນ, ວ່ອງໄວ ແລະ ບໍ່ແນ່ນອນ, ສະພາບການ ຂອງໂລກ, ຂົງເຂດ ຈະມີຄວາມປັ່ນປ່ວນ ແລະ ກະທົບ ຕໍ່ປະເທດເຮົາ ເຊິ່ງບໍ່ສາມາດຫຼີກລ່ຽງໄດ້, ໂດຍສະເພາະທາງດ້ານແນວຄິດ, ຈິດຕະສາດ ຂອງສັງຄົມ. ດັ່ງນັ້ນ, ມັນເລັ່ງທວງແລ້ວ, ເລັ່ງທວງອີກ ໃຫ້ແກ່ນັກຮົບໃນຂົງເຂດວຽກງານແນວຄິດທິດສະດີຕ້ອງໄດ້ເພີ່ມທະວີການຄົ້ນຄິດ, ຄົ້ນຄວ້າ, ປັບປ່ຽນແບບແຜນວິທີຄິດ, ວິທີປະຕິບັດ ໃຫ້ສາມາດຮັບມືໄດ້ກັບສະຖານະການທີ່ຈະເກີດຂຶ້ນ ແລະ ເກີດຂຶ້ນແລ້ວໃນປັດຈຸບັນ.

      ໃນຊຸມປີຕໍ່ໜ້ານີ້ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຜູ້ເຮັດວຽກງານແນວຄິດທິດສະດີ ຕ້ອງເອົາໃຈໃສ່ບາງບັນຫາດັ່ງນີ້:

       ໜຶ່ງ ກ່ອນອື່ນໝົດຕ້ອງສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

      ສອງ  ຕ້ອງກໍາແໜ້ນແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃຫ້ເລິກເຊິ່ງ; ຈາກນັ້ນ ກໍຮີບຮ້ອນຈັດສັນເນື້ອໃນສຶກສາອົບຮົມໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດນັ້ນໆ.

      ສາມ  ຕ້ອງຊອກຮູ້, ກໍາແໜ້ນຈຸດພິເສດ, ຈຸດອ່ອນ, ຂອງກຸ່ມຄົນບໍ່ດີ ໄປພ້ອມກັບການວາງແຜນຮັບມືຢ່າງຖືກຕ້ອງເໝາະສົມ ກັບສະຖານະການ, ໃນການຕອບຕ້ານກຸ່ມຄົນບໍ່ດີຕ້ອງທັນການ, ຮອບຄອບ, ແນບນຽນ ແລະ ແຫຼມຄົມ.

      ສີ່   ການເຄື່ອນໄຫວວຽກງານໂຄສະນາອົບຮົມຕ້ອງມີຫຼາຍຮູບ, ຫຼາຍສີ, ເນື້ອໃນເລິກເຊິ່ງ, ກວ້າງຂວາງ, ມີຊີວິດຊິວາ ເພື່ອດຶງດູດຄວາມສົນໃຈແຕ່ລະເປົ້າໝາຍ; ພ້ອມນັ້ນ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງມີເຄື່ອງມືໃນການໂຄສະນາອົບຮົມເປັນ ຂອງຕົນເອງ ເປັນຕົ້ນແມ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານ ແລະ ສື່ສັງຄົມອອນລາຍ.

       ຫ້າ   ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການສົມທົບກັບສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກໍາ ຂອງພັກ ເພື່ອຊ່ວຍກົມການເມືອງ ແລະ ສູນກາງພັກວາງແນວທາງນະໂຍບາຍ ຂອງພັກໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.

      ຫົກ   ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກຄືນໃໝ່ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງສົມຄູ່ ກັບພາລະບົດບາດ ແລະ ຄວາມສໍາຄັນ; ພ້ອມກັນນັ້ນ ກໍບັນຈຸສັບຊ້ອນພະນັກງານເຂົ້າໃສ່ບັນດາຕໍາແໜ່ງງານໃຫ້ແທດເໝາະ.

     ເຈັດ   ເພີ່ມທະວີການຄຸ້ມຄອງ, ຕິດພັນກັບການສະກັດກັ້ນ ແລະ ຕີຖອຍບັນດາປະກົດການຫຍໍ້ພາຍໃນອົງຄະນະພັກ, ໄປຄຽງຄູ່ກັບການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ, ສະມາ ຊິກພັກ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຄາດໝາຍທີ່ກອງປະຊຸມໃຫຍ່ຮັບຮອງເອົາໃຫ້ມີຜົນສໍາເລັດຕາມຄາດໝາຍ. ພ້ອມກັນນັ້ນ ກໍຕ້ອງຫັນປ່ຽນຄວາມຄິດ, ຄ່ານິຍົມ ແລະ ວິຖີຊີວິດ ຂອງຄົນໃນສັງຄົມໃນຍຸກ ໂຄວິດ-19.

       

       ບັນດາຄໍາເຫັນຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງທິດທາງໃນການປັບປຸງຄຸນນະພາບ ແລະ ຍົກສູງບົດບາດ ຂອງວຽກງງານໂຄສະນາອົບຮົມ ກໍຄືວຽກງານແນວຄິດ-ທິດສະດີ ຂອງພັກ; ສະນັ້ນ, ເພື່ອເຮັດໃຫ້ທິດຊີ້ນໍາອັນມີຄວາມໝາຍສໍາຄັນດັ່ງກ່າວ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງມີຜົນສໍາເລັດນັ້ນ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະພາທິດສະດີສູນກາງພັກ ກໍຄືຄະນະພັກຂັ້ນຕ່າງໆ ຕ້ອງນໍາໄປຄົ້ນຄວ້າ-ວິໄຈໃຫ້ເລິກເຊິ່ງ ແລະ ສ້າງເປັນແຜນການ, ແຜນງານຢ່າງລະອຽດ ພ້ອມທັງນໍາພາຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບອີຫຼີ ຈິ່ງຈະເຮັດໃຫ້ວຽກງານແນວຄິດ-ທິດສະດີ ຂອງພັກ ມີການຫັນໄປສູ່ຄຸນນະພາບໃໝ່ໄດ້.

ຂ່າວ: ວ.ພົມພັກດີ , ພາບ: ທອນ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *