ສະພາທິດສະດີສູນກາງພັກ ເປີດກອງປະຊຸມ ຜ່ານເນື້ອໃນເອກະສານ ການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ ພາກທີ 2 - ວາລະສານໂຄສະນາ
ຂ່າວສານ

ສະພາທິດສະດີສູນກາງພັກ ເປີດກອງປະຊຸມ ຜ່ານເນື້ອໃນເອກະສານ ການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ ພາກທີ 2

             ການຄົ້ນຄ້ວາທິດສະດີ, ສະຫຼຸບພຶດຕິກໍາເພື່ອປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ຮີບດ່ວນ ຂອງພັກເຮົາ ປະຕິບັດຕາມແຜນດໍາເນີນງານຂອງຄະນະຮັບຜິດຊອບກະກຽມເນື້ອໃນການສ້າງປັດຖົມປັດໄຈກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ສະນັ້ນ ໃນວັນທີ 3 ກັນຍາ 2021, ສະພາທິດສະດີສູນກາງພັກ ຈຶ່ງໄດ້ເປີດກອງປະຊຸມເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງເນື້ອໃນ ພາກທີ 2 ຂອງຫົວຂໍ້ດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີສະມາຊິກສະພາທິດສະດີສູນກາງພັກເຂົ້າຮ່ວມ.

         

             ເນື້ອໃນພາກທີ 2 ຂອງການສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ນີ້ ປະກອບດ້ວຍ 3 ຫົວຂໍ້ໃຫຍ່ຄື: I. ຄວາມຈຳເປັນໃນການສ້າງປະຖົມປັດໄຈ; II. ຕີລາຄາ, ປະເມີນຜົນ, ຢັ້ງຢືນຜົນສໍາເລັດ, ຂໍ້ຄົງຄ້າງການສ້າງບັນດາປະຖົມປັດໄຈ (9 ປະຖົມປັດໄຈ) ແລະ III. ສະຫຼຸບ ແລະ ຢືນຢັນ ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໃນກອງປະຊຸມ, ທ່ານ ປອ ຄໍາໃບ ມາລາສິງ ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນຜ່ານເນື້ອໃນພາກທີ 2 ຫົວຂໍ້ທີ I ກ່ຽວກັບຄວາມຈຳເປັນໃນການສ້າງປະຖົມປັດໄຈ ໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢູ່ປະເທດເຮົາ; ສໍາລັບຫົວຂໍ້ທີ 2 ແລະ 3 ຈະຜ່ານໃນກອງປະຊຸມຄັ້ງຕໍ່ໄປ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ສຸມໃສ່ປະກອບຄໍາເຫັນໃສ່ຮ່າງເນື້ອໃນດັ່ງກ່າວດ້ວຍຄວາມຮັບຜິດຊອບ ແລະ ກົງໄປກົງມາ.

             ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ຄໍາພັນ ເຜີຍຍະວົງ, ປະທານກອງປະຊຸມ ກໍໄດ້ໃຫ້ທິດຊີ້ນໍາເພື່ອນໍາໄປປັບປຸງຄືນ ໃນນີ້ ທ່ານໄດ້ເນັ້ນບາງບັນຫາທີ່ຈະຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງເຊັ່ນ: ຈຸດໝາຍສັງຄົມນິຍົມແມ່ນອຸດົມການທີ່ບໍ່ປ່ຽນແປງ ຂອງພັກເຮົາ, ບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແມ່ນບໍ່ມີຕົວແບບທີ່ສົມບູນສໍາລັບໃຫ້ແຕ່ລະປະເທດໄດ້ຢຶດຖືເອົາເປັນແບບຢ່າງ, ການກ້າວຂຶ້ນຂອງແຕ່ລະປະເທດລ້ວນແຕ່ອີງໃສ່ຈຸດພິເສດຕົວຈິງ ຂອງປະເທດຕົນ, ສໍາລັບປະເທດເຮົາ ເນື້ອງຈາກຍັງຫຼາຍເງື່ອນໄຂບໍ່ທັນສຸກງອມ, ສະນັ້ນ ພັກເຮົາຈຶ່ງນໍາພາສ້າງ ແລະ ຂະຫຍາຍປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈ ເພື່ອກໍ່ສ້າງສັງຄົມນິຍົມ.

 

ຂ່າວ: ຫົງລຶດີ, ພາບ: ສົມປະສົງ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *