ສະພາທິດສະດີສູນກາງພັກ ເປີດກອງປະຊຸມ ເພື່ອຜ່ານເນື້ອໃນເອກະສານ ການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ - ວາລະສານໂຄສະນາ
ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ

ສະພາທິດສະດີສູນກາງພັກ ເປີດກອງປະຊຸມ ເພື່ອຜ່ານເນື້ອໃນເອກະສານ ການສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ

          ພາລະກິດໜຶ່ງທີ່ສໍາຄັນ ແລະ ຮີບດ່ວນຂອງພັກເຮົາ ແມ່ນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ພາລະກິດດັ່ງກ່າວ ກົມການເມືອງສູນກາງພັກ ໄດ້ມອບໃຫ້ສະພາທິດສະດີສູນກາງພັກ ເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າໃນຫົວຂໍ້ “ ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ”; ເພາະສະນັ້ນ ໃນວັນທີ 18 ສິງຫາ 2021 ສະພາທິດສະດີສູນກາງພັກ ຈຶ່ງໄດ້ເປີດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງເນື້ອໃນ ພາກທີ I ຂອງຫົວຂໍ້ດັ່ງກ່າວ.

          ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ​ປະທານສະພາທິດສະດີສູນກາງພັກ ມີສະມາຊິກສະພາທິດສະດີສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຮັບຟັງການສະເໜີ ເນື້ອໃນພາກທີ I ເຊິ່ງສະເໜີໂດຍ ທ່ານ ປອ ຄໍາແພງ ທິບມູນຕາລີ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ສວສສຊ; ເນື້ອໃນ ພາກທີ I ປະກອບດ້ວຍທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ກ່ຽວກັບສັງຄົມນິຍົມ ແລະ ໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ; ທັດສະນະຂອງພັກ ກ່ຽວກັບການສ້າງປະຖົມປັດໄຈກ້າວເດີນຕາມທິດສັງຄົມນິຍົມ ແລະ ບັນດາບົດຮຽນການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມຂອງ ສສ ຫວຽດນາມ ແລະ ສປ ຈີນ; ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຫຼາຍທ່ານ ກໍໄດ້ປະກອບຄໍາເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເຮັດໃຫ້ກອງປະຊຸມຄັ້ງນີ້ ກາຍເປັນກອງປະຊຸມແຫ່ງການເຕົ້າໂຮມສະຕິປັນຍາ ຂອງບັນດານັກທິດສະດີ ແລະ ນັກວິທະຍາສາດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ໂດຍສະເພາະແມ່ນຄະນະຮັບຜິດຊອບເນື້ອໃນ ຈົ່ງນໍາເອົາບັນດາຄໍາຄິດຄໍາເຫັນເຫຼົ່ານັ້ນ ໄປຄົ້ນຄວ້າພິຈາລະນາໃຫ້ເລິກເຊິ່ງ ເພື່ອປັບປຸງເນື້ອໃນ ພາກທີ I ໃຫ້ສົມບູນ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ ເຊິ່ງທ່ານໄດ້ເນັ້ນວ່າ: ເນື້ອໃນພາກທີ I ແມ່ນມີຄວາມສໍາຄັນຫຼາຍ ສໍາລັບເອກະສານຫົວຂໍ້ດັ່ງກ່າວ ເພາະວ່າມັນເປັນບ່ອນອີງທາງດ້ານທິດສະດີ ໃຫ້ແກ່ການຄົ້ນຄວ້າທາງດ້ານພຶດຕິກໍາ; ສະນັ້ນ ການຄົ້ນຄວ້າ ແລະ ກໍານົດເນື້ອໃນ ໃນພາກທີ I ນີ້ ຕ້ອງຢືນຢັນທາງດ້ານທິດສະດີ ແລະ ແນວທາງ, ອຸດົມການຂອງພັກເຮົາຢ່າງຊັດເຈນ; ພ້ອມດຽວກັນນີ້ ການຕີລາຄາຕ້ອງພາວະວິໃສ ຖືກຕ້ອງກັບຄວາມເປັນຈິງຂອງປະເທດເຮົາ ແລະ ຍຸກສະໄໝ.

ຂ່າວ, ພາບ ສົມປະສົງ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *