ລັດຖະບານ ກໍານົດ 3 ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະເທດເຮົາ - ວາລະສານໂຄສະນາ
ພື້ນຖານແນວຄິດ-ທິດສະດີ ຂອງພັກ

ລັດຖະບານ ກໍານົດ 3 ວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະເທດເຮົາ

         ສະພາບການບ້ານເມືອງໃນປັດຈຸບັນ ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຫຍຸ້ງຍາກທ່າມກາງຄວາມທ້າທາຍຫຼາຍຢ່າງ ຕໍ່ຄາດໝາຍສູ້ຊົນຂອງພັກ ແລະ ລັດຖະບານພວກເຮົາ; ເພາະສະນັ້ນ ກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ໄຂຂຶ້ນໃນລະຫວ່າງວັນທີ 21-25 ມິຖຸນາ 2021 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຈຶ່ງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື 3 ບັນຫາທີ່ຈະຕ້ອງຮີບຮ້ອນແກ້ໄຂ ໂດຍໄດ້ຍົກເປັນ 3 ວາລະແຫ່ງຊາດ ຄື: (1). ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນບັນຫາທີ່ສະສົມມາເປັນເວລາດົນນານ, ຜ່ານມາພັກ-ລັດ ໄດ້ມີຄວາມພະຍາຍາມແກ້ໄຂ ດ້ວຍຫຼາຍມາດຕະການ ແຕ່ກໍຍັງບໍ່ທັນສາມາດສ້າງການຫັນປ່ຽນຢ່າງຕັ້ງໜ້າໄດ້ ແລະເປັນສິ່ງທ້າທາຍ ຕໍ່ການນໍາພາຂອງພັກ ແລະການຄຸ້ມຄອງບໍລິຫານຂອງລັດ, ຕໍ່ຄວາມຫຍຸ້ງຍາກດັ່ງກ່າວ ຕ້ອງໄດ້ວາງມາດຕະການອອກຢ່າງເປັນລະບົບ, ໃຊ້ເວລາອັນແນ່ນອນ ນັບຕັ້ງແຕ່ສ້າງຖານການຜະລິດ-ທຸລະກິດ, ການບໍລິການ ເພື່ອຕອບສະໜອງການຊົມໃຊ້ຢູ່ພາຍໃນ, ເພີ່ມການສົ່ງອອກ ແລະ ສ້າງຄວາມເຂັ້ມແຂງຂອງຖານລາຍຮັບ, ເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຈ່າຍ ແລະ ການດໍາເນີນບັນດາມາດຕະການປະຢັດຢ່າງຈິງຈັງ ແນໃສ່ສ້າງຄວາມເຂັ້ມແຂງ ກໍຄືການຍົກສູງປະສິດທິພາບການຄຸ້ມຄອງມະຫາພາກຂອງລັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ; (2). ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ: ການແກ້ໄຂບັນຫາຢາເສບຕິດ ແມ່ນບັນຫາທີ່ຈໍາເປັນຮີບດ່ວນທັງເປັນບັນຫາທີ່ກວ້າງຂວາງ ແລະ ມີຄວາມສັບສົນ ເພາະບັນຫາຢາເສບຕິດ ມັນສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ຄວາມສະຫງົບ, ຄຸນນະພາບຊີວິດຂອງປະຊາຊົນ, ເຍົາວະຊົນ-ຊາວໜຸ່ມຜູ້ເປັນອະນາຄົດຂອງຊາດ ແລະ ຄວາມໝັ້ນຄົງຂອງຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ.ດັ່ງນັ້ນ ການແກ້ໄຂບັນຫາດັ່ງກ່າວຕ້ອງຖືເປັນໜ້າທີ່, ຄວາມຮັບຜິດຊອບ ແລະ ເປັນພາລະກິດຂອງປວງຊົນທັງຊາດເຊິ່ງຕ້ອງເລີ່ມຈາກສະຖາບັນຄອບຄົວ, ສະຖາບັນການສຶກສາ ໂດຍມີພັກ-ລັດເປັນແກນກາງ ໃນການຊີ້ນໍາ-ນໍາພາ ເພື່ອຂັບເຄື່ອນການແກ້ໄຂບັນຫາຢາເສບຕິດດ້ວຍມາດຕະການຕ່າງໆໃນສະເພາະໜ້າ ແລະ ຍາວນານ ໂດຍສົມທົບແໜ້ນກັບການສະກັດກັ້ນ, ປ້ອງກັນ, ດໍາເນີນປາບປາມຂະບວນການເຄື່ອຂ່າຍຢາເສບຕິດ ຢ່າງເປັນລະບົບ ໄປພ້ອມໆກັນກັບການດຳເນີນແກ້ໄຂຄະດີຕາມຂະບວນການຍຸຕິທຳທີ່ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ໂປ່ງໃສ ແລະ ຍຸຕິທຳ; (3). ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດໃນວຽກງານພະນັກງານ: ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາຄືນວຽກງານພະນັກງານໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນສາເຫດ ທີ່ພາໃຫ້ມີຄວາມຫຍຸ້ງຍາກ ແລະ ຖອດຖອນບົດຮຽນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງທຸກຂອດໃນວຽກງານພະນັກງານພ້ອມທັງຍົກສູງຄວາມສາມາດນຳພາ ຂອງຄະນະພັກແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານໃຫ້ເປັນລະບົບ, ມີຄຸນະພາບ ຕາມທິດຫັນເປັນໜຸ່ມໃຫ້ມີຄວາມໜັກແໜ້ນ ຕິດພັນກັບການບໍາລຸງ-ສ້າງ, ຈັດວາງສັບຊ້ອນ, ການຄຸ້ມຄອງ, ປະເມີນຜົນ, ການປະຕິບັດນະໂຍບາຍ ແລະ ການປະຕິບັດມາດຕະການທາງວິໄນ ຕໍ່ພະນັກງານຢ່າງເປັນລະບົບ ແລະ ເຂັ້ມງວດ.

           ການກຳນົດ 3 ວາລະແຫ່ງຊາດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນຂອງພັກເຮົາ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ IX ໃຫ້ບັນລຸຕາມຄາດໝາຍ ຢາກເຮັດໄດ້ຄືແນວນັ້ນ ບັນດາມາດຕະການທີ່ໄດ້ວາງອອກໃນ 3 ວາລະແຫ່ງຊາດນັ້ນ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຊີດຊູຄວາມເປັນເຈົ້າການສູງສຸດຂອງທຸກພາກສ່ວນໃນລະບົບການເມືອງ ຕິດພັນກັບການປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມ, ສ້າງເປັນຂະບວນການຕົວຈິງ ເພື່ອຈັດຕັ້ງປະຕິບັດໃຫ້ແຂງແຮງ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ແລະ ການຄຸ້ມຄອງຂອງລັດດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ.

ຫົງລຶດີ ສາຍຊໍາພັນ

ຮູບພາບຂ່າວ : ຂປລ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *