ບັນຫາພົ້ນເດັ່ນທີ່ຍົກຂຶ້ນໃນກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XI - ວາລະສານໂຄສະນາ
ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ

ບັນຫາພົ້ນເດັ່ນທີ່ຍົກຂຶ້ນໃນກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XI

     ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ທີ່ໄຂຂຶ້ນໃນລະຫວ່າງ ວັນທີ 25-26 ຕຸລາ 2021 ໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະ 5 ປີຜ່ານມາ ເຊິ່ງມີຜົນສໍາເລັດໃນຫຼາຍດ້ານ, ໃນນີ້ວຽກງານການກໍ່ສ້າງພັກ-ພະນັກງານ ເປັນວຽກໜຶ່ງທີ່ພົ້ນເດັ່ນ ແລະ ມີການຫັນປ່ຽນຢ່າງຈະແຈ້ງ, ຜູ້ຂຽນຈຶ່ງໄດ້ນໍາເອົາບາງບັນຫາທີ່ພົ້ນເດັ່ນໃນວຽກງານພັກ-ພະນັກງານ ມາສະເໜີ.

     ອີງຕາມບົດສະຫຼຸບຕີລາຄາ​ຄືນ​ ການ​​ປະ​ຕິ​ບັດວຽກງານຈັດຕັ້ງ, ກໍ່ສ້າງ​ພັກ-ພະນັກງານ ໄລ​ຍະ 5 ປີ (2016-2020) ກໍຄື ການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ X ໃຫ້ຮູ້ວ່າ: ໃນ 5 ປີ ຜ່ານມາ ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກ ​ໄດ້ຄຽງຄູ່ກັບການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ການປັບປຸງລະບົບການເມືອງ​ໄດ້ສຸມໃສ່ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນນຳພາວິທີເຮັດວຽກມີບາດກ້າວດີຂຶ້ນ ເຮັດ​ໃຫ້ການຈັດຕັ້ງຮາກ​ຖານພັກ, ສະມາຊິກພັກໄດ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ, ປັດຈຸ​ບັນ ​ທົ່ວ​ປະ​ເທດ​ມີ 36 ອົງຄະ​ນະ​ພັກ​ກະຊວງ-ອົງການ, ມີ 18 ອົງຄະ​ນະ​ພັກ​ແຂວງ-ນະຄອນຫຼວງ, ມີ 148 ອົງຄະ​ນະ​ພັກ​ເມືອງ-ນະຄອນ, ມີ 22.675 ການຈັດຕັ້ງຮາກ​ຖານ​ພັກ ທຽບ​ໃສ່ ປີ 2015 ​ເພີ່ມ​ຂຶ້ນ 2.895 ຮາກ​ຖານ​ພັກ; ​ໃນ​ນີ້​ມີ 2.237 ຄະນະ​ພັກ​ຮາກ​ຖານ, ມີ 20.438 ໜ່ວຍພັກ​; ຜ່ານ​ການ​ຕີ​ລາຄາ​ຄຸນ​ນະພາ​ບ ​​ແລະ ​ຈັດ​ປະ​ເພດ​ໃນ​ປີ 2020 ​ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ 13.451 ໜ່ວຍ​ ກວມ 65,81% ຂອງ​ໜ່ວຍ​ພັກ​ທັງ​ໝົດ, ໜ່ວຍ​ພັກ​ແຂງ​ມີ 3.987 ໜ່ວຍ​ ກວມ 19,50%, ໜ່ວຍ​ພັກ​ກາງ​ມີ 654 ໜ່ວຍ​ ກວມ 3,19%, ໜ່ວຍ​ພັກ​ອ່ອນ 21 ໜ່ວຍ ​ກວມ 0,10% ​ແລະ ບໍ່​ໄດ້​ຈັດ​ປະ​ເພດ​ມີ 2.325 ໜ່ວຍ ​ກວມ 11,37%. ການ​ຂະຫຍາຍ​ພັກ​ ແມ່ນ​ໄດ້​ປະຕິບັດ​ຕາມ​ກົດ​ລະບຽບ​ຂອງ​ພັກ, ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ກົກ, ຄັດ​ເລືອກ​ເອົາ​ຜູ້​ທີ່​ພົ້ນ​ເດັ່ນ​ຈາກ​ຂະ​ບວນການ​ຕົວ​ຈິງ ອັນ​ໄດ້​ເຮັດ​ໃຫ້​ສະມາຊິກ​ພັກ​ເພີ່ມ​ຂຶ້ນ​ ທາງ​ດ້ານ​ຈໍ​ານວນ ​ແລະ ຄຸນ​ນະພາ​ບ, ສາມາດ​ເປັນ​ກໍາລັງ​ແຮງ​ນໍາພາ​ຢູ່​ທຸກ​ຂົງ​ເຂດ​ວຽກ​ງານ ​ນັບ​ແຕ່​ຮາກ​ຖານ​ຂຶ້ນ​ມາ, ​ປັດຈຸ​ບັນ ​ມີ​ສະມາຊິກ​ພັກ​ທັງ​ໝົດ 348.686 ສະຫາຍ ຍິງ 88.433 ສະຫາຍ ທຽບ​ໃສ່ ປີ 2015 ​ເພີ່ມ​ຂຶ້ນ 67.673 ສະຫາຍ; ຜ່ານ​ການ​ຕີ​ລາຄາ​ຄຸນ​ນະພາ​ບ ​ແລະ ຈັດ​ປະ​ເພດ​ໃນ​ປີ 2020 ມີ​ສະມາຊິກ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ເພດ​ແຂງ 274.401 ສະຫາຍ​ ກວມ 78,69% ຂອງ​ຈໍານວນ​ສະມາຊິກ​ພັກ​ທັງ​ໝົດ, ກາງ 9.858 ສະຫາຍ ​ກວມ 2,82% ອ່ອນ 424 ສະຫາຍ ​ກວມ 0,12% ​ແລະ ບໍ່​ໄດ້​ຈັດ​ປະ​ເພດ​ມີ 64.003 ສະຫາຍ​ ກວມ 18,35%. ເດັ່ນກວ່າໝູ່ແມ່ນ ໃນເວລາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕາມຄໍາ ສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊິ່ງ, ໜັກແໜ້ນ; ພາຍຫຼັງກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍທີ່ໄດ້ຮັບເລືອກຕັ້ງສ່ວນຫຼາຍ ແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ຊຶ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາ ສ່ວນຫຼາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນໄດ້ທັງ ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ.

     ໂດຍເຫັນໄດ້ຄວາມສໍາຄັນທີ່ວ່າ ພະນັກງານແມ່ນປັດໄຈຕັດສິນຜົນໄດ້ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ວຽກງານພະນັກງານ ແມ່ນຂໍກະແຈສໍາຄັນ ໃນຂະບວນວິວັດການຈັດຕັ້ງປະຕິບັດບົດບາດນໍາພາຂອງພັກ ຕໍ່ພາລະກິດປະຕິວັດ ດັ່ງນັ້ນ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ປັບປຸງນິຕິກໍາກ່ຽວກັບວຽກງານພະນັກງານ ຈໍານວນ 4 ສະບັບ ແລະ ສ້າງໃໝ່ຈໍານວນ 4 ສະບັບ;​ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານນໍາພາ – ຄຸ້ມຄອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນ ເຈົ້າການ,​ ຮອດ ປີ 2020 ໄດ້ສໍາເລັດການສ້າງແຜນກໍານົດພະນັກງານຂັ້ນສູນກາງຄຸ້ມຄອງ 53 ພາກ ສ່ວນ, ຕໍາແໜ່ງຂຶ້ນກັບສິດຄຸ້ມຄອງຂອງກະຊວງ-ອົງການ 168 ພາກສ່ວນ, ແຂວງ-ນະຄອນຫຼວງ 490 ພາກສ່ວນ, ຂັ້ນບ້ານ 1.279 ບ້ານ; ແຜນກໍານົດດັ່ງກ່າວໄດ້ເປັນບ່ອນອີງໃນການວາງແຜນ ບໍາລຸງ-ກໍ່ສ້າງ, ສັບຊ້ອນ, ຈັດວາງພະນັກງານ. ນອກນັ້ນ, ຄະນະພັກແຕ່ລະຂັ້ນຍັງໄດ້ເອົາ ໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານຢູ່ໃນສິດຄຸ້ມຄອງຂອງຕົນ, ສະເພາະການບໍາລຸງ-ກໍ່ສ້າງສາຍການເມືອງ-ການປົກຄອງ ຄະນະຈັດຕັ້ງສູນກາງພັກ ໄດ້ເປັນເຈົ້າການສົມທົບກັບບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງຄົ້ນຄວ້າເປົ້າໝາຍໄປບໍາລຸງ-ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 4.785 ສະຫາຍ ຍິງ 924 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ຖັນແຖວພະນັກງານມີຄວາມຮູ້, ຄວາມສາມາດ, ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ​ຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ວິຊາສະເພາະຕ່າງໆນັບມື້ເພີ່ມຂຶ້ນເປັນກໍາລັງແຮງໃນ ການປະຕິບັດໜ້າທີ່ການເມືອງຢູ່ແຕ່ລະຂົງເຂດວຽກງານ. ປະຕິບັດຕາມຫຼັກການພັກນໍາພາໂດຍກົງ, ​ເປັນເອກະພາບ ແລະ ມີການແບ່ງຂັ້ນຄຸ້ມຄອງພະນັກງານຢ່າງຈະແຈ້ງ ຄະນະພັກແຕ່ລະຂັ້ນໄດ້ຄຸ້ມ ຄອງ-ປ້ອງກັນພະນັກງານຕາມຂອບເຂດສິດຂອງຕົນ; ປັດຈຸບັນມີພະນັກງານ-ລັດຖະກອນ ທັງໝົດ 178.821 ສະຫາຍ ຍິງ 83.852 ສະຫາຍ (ບໍ່ນັບກໍາລັງປະກອບອາວຸດ) ໃນນີ້ຢູ່ຂັ້ນສູນກາງກວມ 14,42%, ຂັ້ນແຂວງກວມ 20,29%, ຂັ້ນເມືອງກວມ 65,29%, ສະເພາະພະນັກງານຂັ້ນສູນກາງຄຸ້ມຄອງມີ 1.939 ສະຫາຍ ຍິງ 243 ສະຫາຍ; ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບກົນໄກການບໍລິຫານຄຸ້ມຄອງລັດ ຕາມທິດຄຸ້ມຄອງມະຫາພາກ; ນອກນີ້ ກົງຈັກການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນ ກໍໄດ້ຮັບການປັບປຸງຢ່າງເປັນລະບົບຕໍ່ເນື່ອງ, ຖືກຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ, ສອດຄ່ອງກັບ ສະພາບຄວາມເປັນຈິງ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນມີຄວາມໜັກແໜ້ນ,​ ເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ໄດ້ເປັນຢ່າງດີ.

      ເວົ້າລວມແລ້ວ ຕະຫຼອດໄລຍະ 5 ປີຜ່ານມາ ວຽກງານພັກ-ພະນັກງານ ແມ່ນໄດ້ຮັບການປັບປຸງທີ່ມີລັກສະນະວິທະຍາສາດ ແລະ ຫັນໄປສູ່ຄຸນນະພາບຢ່າງຈະແຈ້ງ; ຈໍານວນສະມາຊິກພັກ ແລະ ໜ່ວຍພັກເຂັ້ມແຂງຮອບດ້ານ ກໍ່ເພີ່ມຂຶ້ນ, ການກໍ່ສ້າງພະນັກງານ ກໍໄປຕາມແຜນກໍານົດພະນັກງານ ເຮັດໃຫ້ວຽກງານພະນັກງານມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ຕາມທິດຫຼຸດຜ່ອນດ້ານປະລິມານ ເພີ່ມຄຸນນະພາບ.

 

ສອນທິ ວົງບຸນຄໍາ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *