ນາຍົກ ເປີດໃຈຕໍ່ສະພາ ກ່ຽວກັບຂໍ້ຫຍຸ້ງຍາກຕົ້ນຕໍ ຂອງປະເທດເຮົາ ແລະ ບາງຈຸດສຸມຂອງລັດຖະບານ ໃນປີ 2022 - ວາລະສານໂຄສະນາ
ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ

ນາຍົກ ເປີດໃຈຕໍ່ສະພາ ກ່ຽວກັບຂໍ້ຫຍຸ້ງຍາກຕົ້ນຕໍ ຂອງປະເທດເຮົາ ແລະ ບາງຈຸດສຸມຂອງລັດຖະບານ ໃນປີ 2022

     ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ພະຈິກ 2021 ແລະ ຈະໄດ້ດໍາເນີນໄປຈົນເຖິງ ວັນທີ 17 ພະຈິກ 2021 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ ກະຊວງອົງການທຽບເທົ່າ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ IX ເຂົ້າຮ່ວມ.

     ໃນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ເຊິ່ງມີທັງດ້ານຕັ້ງໜ້າ ແລະ ຂໍ້ຫຍຸ້ງຍາກ. ໃນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ເປີດໃຈຢ່າງໂຈ່ງແຈ້ງກ່ຽວກັບຂໍ້ຫຍຸ້ງຍາກຕົ້ນຕໍ ຂອງປະເທດ ເຮົາທີ່ພວມຜະເຊີນຢູ່ເຊິ່ງລວມມີ 9 ບັນຫາດັ່ງນີ້: 1). ບັນຫາໜີ້ສິນສາທາລະນະ; 2). ບັນດາລັດວິສາຫະກິດຢູ່ພາຍໃນປະເທດເກືອບທັງໝົດ ດໍາເນີນທຸລະກິດບໍ່ມີປະສິດທິຜົນ; 3). ຄວາມສາມາດຂອງກໍາລັງການຜະລິດຢູ່ພາຍໃນປະເທດຍັງຕໍ່າ; 4). ການຈັດເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ເປັນບັນຫາຄົງຄ້າງ ແລະ ຊໍ້າເຮື້ອເປັນເວລາຫຼາຍປີຕິດຕໍ່ກັນ; 5). ກົນໄກການບໍລິຫານ ແລະ ບໍລິການລົງທຶນ ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງ; 6). ການເຂົ້າຫາແຫຼ່ງທຶນຕ່າງປະເທດພົບຄວາມຫຍຸ້ງຍາກ; 7). ອັດຕາແລກປ່ຽນເງິນຕາມີການເໜັງຕີງສູງ; 8). ບັນຫາຢາເສບຕິດ ແລະ 9). ການແຜ່ລະບາດຂອງພະຍາດໂຄວິດ-19 ມີລັກສະນະຮຸນແຮງຂຶ້ນ ເຊິ່ງເປັນການຊໍ້າເຕີມໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕື່ມອີກ.

     ຕໍ່ໜ້າຄວາມຫຍຸ້ງຍາກດັ່ງກ່າວນັ້ນ, ທ່ານ ນາຍົກ ໄດ້ຕາງໜ້າລັດຖະບານ ລາຍງານເຖິງການຕັດສິນໃຈສ້າງທ່າຫັນປ່ຽນຢ່າງແຂງແຮງ ແລະ ຈະໄດ້ສຸມໃສ່ແກ້ໄຂ ໃນປີ 2022 ດັ່ງນີ້:

  • ການຈັດເກັບລາຍຮັບ: ປັບປຸງການຈັດເກັບລາຍຮັບພາສີ-ອາກອນ, ຄ່າທໍານຽມຕ່າງໆ ໂດຍຫັນໄປສູ່ການນໍາໃຊ້ລະບົບທັນສະໄໝໃຫ້ໄດ້ໂດຍໄວ ໄປຄຽງຄູ່ກັບການປັບປຸງການຈັດຕັ້ງ ແລະ ສັບຊ້ອນບຸຄະລາກອນຄືນໃໝ່ໃຫ້ເໝາະສົມ ລວມທັງປັບປຸງລະບົບການຖືບັນຊີຂອງບັນດາຫົວໜ່ວຍທຸລະກິດ; ກໍານົດມາດຕະການເພື່ອແກ້ໄຂການນໍາເຂົ້າສິນຄ້າ ທີ່ປະຕິບັດບໍ່ຖືກຕ້ອງຕາມກົດໝາຍ, ແກ້ໄຂການຍົກເວັ້ນພາສີ-ອາກອນນໍາເຂົ້າພາຫະນະ, ນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ສິນຄ້າອຸປະໂພກ-ບໍລິໂພກ ໂດຍເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງກວດກາ ແລະ ສະກັດກັ້ນການລັກລອບນໍາເຂົ້າສິນຄ້າ ດ້ວຍການຕິດຕັ້ງອຸປະກອນທີ່ທັນສະໄໝຢູ່ບັນດາດ່ານຊາຍແດນ; ປະຕິບັດມາດຕະການຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ຊຸກເຊື່ອງ ຫຼື ຄອບຄອງສິນຄ້າ ທີ່ບໍ່ໄດ້ເສຍພາສີ-ອາກອນ ລວມທັງພາຫະນະ ຂອງລັດ ທີ່ນໍາໃຊ້ປ້າຍບໍ່ຖືກຕ້ອງ ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດຄືນບັນດາພາຫະນະດັ່ງກ່າວ ແລະ ດໍາເນີນການເສຍພາສີ-ອາກອນ ແລະ ຊໍາລະໃຫ້ຖືກຕ້ອງຕາມກົດໝາຍ ຕາມກໍານົດເວລາ ລະຫວ່າງວັນທີ 20/10/2021-20/1/2022 ຖ້າກາຍກໍານົດເວລາ ລັດຖະບານ ຈະດໍາເນີນມາດຕະການເຂັ້ມງວດຕາມກົດໝາຍທີ່ກ່ຽວຂ້ອງ; ກວດກາ ແລະ ປັບປຸງ ການແບ່ງຄວາມຮັບຜິດຊອບໃນການປະຕິບັດວຽກງານ ຂອງບັນດາຂະແໜງການ ທີ່ອອກໃບທະບຽນທຸລະກິດ, ການເຂົ້າຫາແຫຼ່ງທຶນ ແລະ ການໃຫ້ນະໂຍບາຍສົ່ງເສີມການລົງທຶນ ເພື່ອໃຫ້ສາມາດເຊື່ອມຈອດກັນ.
  • ການປະຢັດ ແລະ ຕ້ານການຟູມເຟືອຍ: ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ດໍາລັດວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໄວຂຶ້ນ, ປະຕິບັດນະໂຍບາຍຫັນການໃຊ້ພາຫະນະ ທີ່ນໍາໃຊ້ນໍ້າມັນເຊື້ອໄຟໄປສູ່ການນໍາໃຊ້ລົດພະລັງງານໄຟຟ້າໃຫ້ຫຼາຍຂຶ້ນ, ລົດປະຈໍາຕໍາແໜ່ງໃໝ່ກໍຈະເລີ່ມໃຫ້ຊື້ລົດໄຟຟ້າ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຂາດດຸນການຄ້າ.
  • ການແກ້ໄຂໜີ້ສິນ: ລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະຕໍ່ວຽກງານດັ່ງກ່າວ ແລະ ໄດ້ຈັດແບ່ງໜີ້ສິນອອກເປັນປະເພດຕ່າງໆ ຄື: ໜີ້ທີ່ລັດຖະບານເປັນຜູ້ຄໍ້າປະກັນ, ໜີ້ພາຍໃນ, ໜີ້ຕ່າງປະເທດ ແລະ ໜີ້ນອກແຜນ ເຊິ່ງໄດ້ປັບປຸງແຜນຊໍາລະໜີ້ສິນໃຫ້ເປັນລະບົບ ຈົນຮອດປີ 2025, ລັດຖະບານ ຈະພະຍາຍາມ ນໍາເອົາລະບຽບການ ແລະ ຫຼັກການຄຸ້ມຄອງໜີ້ສິນຂອງສາກົນ ມາປະຕິບັດຢ່າງເຂັ້ມງວດ ເພື່ອກ້າວໄປສູ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.
  • ການຮັກສາສະຖຽນລະພາບດ້ານເງິນຕາ: ຈະສືບຕໍ່ປັບປຸງແກ້ໄຂບັນຫາຄົງຄ້າງທາງດ້ານເງິນຕາໃຫ້ດີຂຶ້ນ, ສຸມໃສ່ສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ, ປະຢັດ ແລະ ຕ້ານການຟູມເຟືອຍ, ສົ່ງເສີມການຜະລິດ ແລະ ສົ່ງເສີມການສົ່ງອອກສິນຄ້າ, ເອົາໃຈໃສ່ປັບປຸງລະບົບທະນາຄານ ແລະ ຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບຢ່າງເຂັ້ມງວດ ເພື່ອແກ້ໄຂສ່ວນຕ່າງອັດຕາແລກປ່ຽນ ໃຫ້ສົມເຫດສົມຜົນ.
  • ການປະຕິຮູບລັດວິສາຫະກິດ: ການປັບປຸງລັດວິສາຫະກິດຕາມທິດປະຕິຮູບແມ່ນວຽກງານໜຶ່ງທີ່ສໍາຄັນເລັ່ງດ່ວນ ເຊິ່ງໃນຕໍ່ໜ້າ ລັດຖະບານ ຈະດໍາເນີນການປະຕິຮູບໄປຄຽງຄູ່ກັບການກວດກາ ໝາຍຄວາມວ່າຈະບໍ່ລໍຖ້າໃຫ້ການກວດກາສໍາເລັດແລ້ວຈຶ່ງປັບປຸງ ແຕ່ຈະດໍາເນີນຄູ່ຂະໜານກັນໄປ ຖ້າເວລາໃດຜົນກວດກາພົບເຫັນມີບັນຫາທີ່ຕິດພັນກັບພະນັກງານ-ບຸຄະລາກອນ ແມ່ນຈະດໍາເນີນການແກ້ໄຂຕາມກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ.
  • ສົ່ງເສີມການລົງທຶນ: ສືບຕໍ່ສົ່ງເສີມການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນໂຄງການກໍ່ໍສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຂະໜາດໃຫຍ່ ເຊັ່ນ: ທາງດ່ວນ, ສູນການຄ້າ, ນິຄົມອຸດສາຫະກໍາ,​ ສະຖານທີ່ທ່ອງທ່ຽວ, ໂຮງແຮມ ແລະ ອື່ນໆ.
  • ຍູ້ແຮງການຜະລິດ: ສືບຕໍ່ຍູ້ແຮງການຜະລິດ, ການບໍລິການ,​ ການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດຕ່າງໆ ຕິດພັນກັບການພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໂດຍໃຫ້ຂະແໜງການຮ່ວມກັບຜູ້ປະກອບການປັບປຸງແຜນການ, ແຜນງານໂຄງການຕົວຈິງ, ການອະນຸມັດໂຄງການ, ການເຂົ້າເຖິງແຫຼ່ງທຶນ ແລະ ການຕະຫຼາດ, ນອກນັ້ນ ແມ່ນຈະສູ້ຊົນບຸກທະລຸໃນການພັດທະນາເສດຖະກິດດີຈິຕ໋ອນ ໃຫ້ເປັນຮູບປະທໍາ.​
  • ປະຕິບັດແນວທາງ ປກຊ-ປກສ: ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ, ພ້ອມທັງສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງກວ່າເກົ່າ, ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພື່ອຮັບປະກັນໃຫ້ຊາດ ສືບຕໍ່ມີສະຖຽນລະພາບ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
  • ການແກ້ໄຂບັນຫາໂຄວິດ-19: ຈາກບົດຮຽນ ແລະ ຄວາມສາມາດຕົວຈິງ ໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາໃນໄລຍະຜ່ານມານັ້ນ ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກໍານົດແຜນຍຸດທະສາດ ໃນຕໍ່ໜ້າໃຫ້ແທດເໝາະກັບສະພາບຕົວຈິງ ໂດຍສະເພາະແມ່ນການກຽມຄວາມພ້ອມແຕ່ລະດ້ານໃນການເປີດປະເທດ ລວມທັງການເປີດເສັ້ນທາງລົດໄຟລາວ-ຈີນ ໂດຍສຸມໃສ່ສຶກສາອົບຮົມປະຊາຊົນ ໃຫ້ເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການ ຈາກແນວຄວາມຄິດເກົ່າ ໄປສູ່ແນວຄິດໃໝ່ ນັ້ນແມ່ນຕ້ອງໄດ້ຮຽນຮູ້ພະຍາດນີ້ ແລະ ຢູ່ກັບມັນໃຫ້ໄດ້ ໂດຍມີຄວາມປອດໄພ ນັ້ນເອີ້ນວ່າ ວິຖີຊີວິດປົກກະຕິແບບໃໝ່ ແຕ່ທັງນີ້ແມ່ນຈະຕ້ອງເພີ່ມທະວີຄົ້ນຄວ້າຫາວັກຊິນ, ອຸປະກອນການແພດ ແລະ ຢາປົວ ທີ່ມີຄຸນນະພາບ ໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງສະເໝີພາບ ແລະ ທົ່ວເຖິງ ໂດຍເລັ່ງໃສ່ໃຫ້ຮູ້ວິທີປ້ອງກັນ ແລະ ປິ່ນປົວດ້ວຍຕົນເອງ ແລະ ຖືວ່າພະຍາດນີ້ເປັນພະຍາດທ້ອງຖິ່ນ ທີ່ສໍາຄັນ ແມ່ນຈະສ້າງທຸກເງື່ອນໄຂໃຫ້ປະຊາຊົນໄດ້ທໍາມາຫາກິນ ເພາະວ່າພວກເຮົາບໍ່ອາດປິດປະຕູຂັງຕົນເອງ ໂດຍທີ່ບໍ່ທໍາມາຫາກິນ, ທໍາການຜະລິດ ເພື່ອພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງຕົນເອງໄດ້.

ບົດ: ຫົງລຶດີ

ພາບ: ຂ່າວສານປະເທດລາວ (ຂປລ)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *