ຄະນະຊາວໜຸ່ມ ຄອສພ ຖືກຮັບຮອງເປັນຊາວຫນຸ່ມ 4 ບຸກຄັ້ງທີ 2 - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຄະນະຊາວໜຸ່ມ ຄອສພ ຖືກຮັບຮອງເປັນຊາວຫນຸ່ມ 4 ບຸກຄັ້ງທີ 2

       ຂໍ້ແຂ່ງຂັນ 4 ບຸກ ແມ່ນມາດຕະການໜຶ່ງ ທີ່ສູນກາງຊາວໜຸ່ມກຳນົດອອກ  ແລະ ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນ ຕ້ອງປະຕິບັດ ແລະ ປະຕິບັດດ້ວຍຈິດໃຈແຂ່ງຂັນ ໃນພຶດຕິກຳຕົວຈິງ ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ກໍແມ່ນພາກສ່ວນໜຶ່ງ ທີ່ມີຄວາມບຸກບືນສູ້ຊົນ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນດ່ັງກ່າວ ຈົນສາມາດໄດ້ຮັບນາມມະຍົດ ເປັນຊາວໜຸ່ມ 4 ບຸກ ຄັ້ງທີ 2 ພິທີຮັບຮອງ ແລະ ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ຄອສພ ເພື່ອເປັນຜົນງານ ແລະ ເປັນຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ  ຄອສພ  ທີ່ຈະໄຂຂຶ້ນໃນມໍ່ໆນີ້. ເປັນກຽດເຂົ້າຮ່ວມໃນພິທີ ມີ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ມີຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງຫນ້າຊາວຫນຸ່ມອົງການອ້ອມ ຫລັກ 6 ແລະ ສະມາຊິກຊາວຫນຸ່ມ ຄອສພ ເຂົ້າຮ່ວມ.

   ໃນພິທີດັ່ງກ່າວ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວຫນຸ່ມ ຄອສພ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການປີ 2021  ໃນນີ້ ມີສະມາຊິກຊາວໜຸ່ມ ຄອສພ ຖືກປະເມີນ 4 ບຸກ ຈຳນວນ 113 ສະຫາຍ, ຍິງ 60 ສະຫາຍ, ຕີລາຄາທາງດ້ານການເມືອງແນວຄິດ ໄດ້ 90,50%, ດ້ານການຝຶກຝົນຫຼໍ່ຫຼອມ ໄດ້ 90,50% ດ້ານການຈັດຕັ້ງໄດ້ 90,50%  ແລະ ດ້ານສ້າງວຽກເຮັດງານທຳ ໄດ້ 90,50%,  ໃນໂອກາດດັ່ງກ່າວນີ້ ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມ ຄອສພ. ໃນພິທີອັນມີຄວາມຫມາຍຄວາມສໍາຄັນດັ່ງກ່າວ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະຊາວໜຸ່ມຄອສພ ເພື່ອສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ໃນປີ 2021 ໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

 

ຂ່າວ-ພາບ: ບຸນປະຄອຍ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *