ຄອສພ ຈັດຕັ້ງປາຖະກະຖາ 4 ເຫດການສໍາຄັນ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຄອສພ ຈັດຕັ້ງປາຖະກະຖາ 4 ເຫດການສໍາຄັນ

 

    ໃນວັນທີ 29 ກໍລະກົດ 2021 ຢູ່ທີ່ສະໂມສອນໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄົບຮອບ 100 ປີ ວັນສ້າງຕັ້ງພັກກອມມູນິດຈີນ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 112 ປີ, ວັນເຊັນສົນທິສັນຍາຮ່ວມມືມິດຕະພາບ ລາວ-ຫວຽດນາມ ຄົບຮອບ 44 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 59 ປີ, ໃຫ້ກຽດປາຖະກະຖາ ໂດຍ ທ່ານ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ມີພະນັກງານ, ສະມາຊິກພັກ ທົ່ວ ຄອສພ ເຂົ້າຮ່ວມ.

     ຈຸດປະສົງຂອງການຈັດຕັ້ງປາຖະກະຖາໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ທົ່ວ ຄອສພ ໄດ້ຫວນຄືນເຖິງມູນເຊື້ອ ແລະ ກໍາແໜ້ນຄວາມໝາຍສໍາຄັນຂອງບັນດາເຫດການດັ່ງກ່າວ ເພື່ອເປັນບົດຮຽນ ແລະ ນໍາໄປສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ ແລະ ປະຊາຊົນຕໍ່ໄປ. ໃນໂອກາດດັ່ງກ່າວ ທ່ານ ລາວປາວຊົງ ນະວົງໄຊ ກໍໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງບັນດາເຫດການສໍາຄັນດັ່ງກ່າວ ເຊິ່ງເປັນມູນເຊື້ອ ແລະ ບົດຮຽນອັນດີ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຮົາ ທີ່ຈະຕ້ອງໄດ້ຮຽນຮູ້ ແລະ ເສີມຂະຫຍາຍຕໍ່ໄປ.

 (ຂ່າວ: ສາຍສໍາພັນ)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *