ຂອງຂວັນຈາກ ລັດວິສາຫະກິດໂຮງພິມແຫ່ງລັດ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ - ວາລະສານໂຄສະນາ
ຂ່າວເດັ່ນ-ປະເດັນດັງ

ຂອງຂວັນຈາກ ລັດວິສາຫະກິດໂຮງພິມແຫ່ງລັດ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ

        ເນື່ອງໃນໂອກາດວັນສ້າງຕັ້ງໂຮງພິມແຫ່ງລັດ, ວັນສ້າງຕັ້ງສື່ມວນຊົນ ແລະ ວັນສ້າງຕັ້ງອົງການແນວລາວສ້າງຊາດໃກ້ຈະໝູນວຽນມາບັນຈົບ ຄົບຮອບ 71 ປີ (13/08/1950-13/08/2021) ລັດວິສາຫະກິດໂຮງພິມແຫ່ງລັດ ໄດ້ຈັດພິມປື້ມ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ X ຈໍານວນ 140 ຫົວ ເພື່ອເປັນຂໍ້ມູນ ແລະ ເປັນບ່ອນອີງໃຫ້ແກ່ການນໍາຂັ້ນສູງ ໄດ້ຄົ້ນຄວ້າ, ຖອດຖອນບົດຮຽນ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການນຳພາ-ຊີ້ນຳ ຢູ່ແຕ່ລະຂະແໜງການ ໃຫ້ສອດຄ່ອງ ແລະ ມີຜົນສຳເລັດເປັນຢ່າງດີ; ເອກະສານສຳຄັນດັ່ງກ່າວ ຖືວ່າ ເປັນຂອງຂັວນ ຈາກລັດວິສາຫະກິດໂຮງພິມແຫ່ງລັດ ເພື່ອມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ ນຳໄປແຈກຢາຍ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

      ພິທີມອບ-ຮັບ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 11/08/2021 ຢູ່ທີ່ຫ້ອງຮັບແຂກຂອງຄະນະໂຄສະນາອົບຮົມສູນກາງພັກ; ໃຫ້ກຽດມອບໂດຍ ທ່ານ ໄມອ່ອນ ທໍາມະວົງ ຜູ້ອໍານວຍການ ບໍລິສັດລັດວິສາຫະກິດໂຮງພິມແຫ່ງລັດ ແລະ ໃຫ້ກຽດຮັບໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

          ໃນໂອກາດດັ່ງກ່າວ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງ ຕໍ່ກັບ ບໍລິສັດລັດວິສາຫະກິດໂຮງພິມແຫ່ງລັດ ທີ່ໄດ້ເສຍສະຫຼະໃນການຈັດພິມ ປື້ມເອກະສານສຳຄັນດັ່ງກ່າວ ໂດຍບໍ່ຮຽກຮ້ອງຄ່າຕອບແທນ ແລະ ໄດ້ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ ເປັນຜູ້ແຈກຢາຍໃຫ້ແກ່ການນຳຂັ້ນສູງ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານລວມ ຂອງພັກ-ລັດ ແລະ ເນື່ອງໃນໂອກາດ ວັນສ້າງຕັ້ງໂຮງພິມແຫ່ງລັດ, ວັນສ້າງຕັ້ງສື່ມວນຊົນ ແລະ ວັນສ້າງຕັ້ງອົງການແນວລາວສ້າງຊາດ ໃກ້ຈະໝູນວຽນມາບັນຈົບຄົບຮອບ 71 ປີ, ຂໍອວຍພອນໃຫ້ການນໍາໂຮງພິມແຫ່ງລັດ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນໍາ-ນໍາພາ ແລະ ພັດທະນາໂຮງພິມແຫ່ງລັດ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

ພາບ-ຂ່າວ: ບຸນປະຄອຍ ດວງມະໂນ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *