ກໍາແໜ້ນຈິດໃຈສໍາຄັນຄໍາແນະນໍາ ສະບັບເລກທີ 35/ຄອສພ ເພື່ອຮັບປະກັນການຈັດຕັ້ງປະຕິບັດ - ວາລະສານໂຄສະນາ
ວຽກງານໂຄສະນາອົບຮົມ

ກໍາແໜ້ນຈິດໃຈສໍາຄັນຄໍາແນະນໍາ ສະບັບເລກທີ 35/ຄອສພ ເພື່ອຮັບປະກັນການຈັດຕັ້ງປະຕິບັດ

      ປັດຈຸບັນ ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ພາກພື້ນ ແລະ ສາກົນເວົ້າລວມ ເວົ້າສະເພາະ ຢູ່ປະເທດເຮົາ ແມ່ນຂັ້ນຮ້າຍແຮງ, ໂດຍສະເພາະ ນັບແຕ່ກາງເດືອນກັນຍາ 2021 ເປັນຕົ້ນມາ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃນຂອບເຂດທົ່ວປະເທດ ໄດ້ເພີ່ມຂຶ້ນຢ່າງໄວວາ ບາງມື້ມີຜູ້ຕິດເຊື້ອຫຼາຍກວ່າ 600 ກໍລະນີ, ສະນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງປິດບ້ານ, ປິດເມືອງ ໃນລະຫວ່າງ ວັນທີ 19-30 ກັນຍາ ເພື່ອຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແລະ ອາດຈະສືບຕໍ່ປິດບ້ານ, ປິດເມືອງຕື່ມອີກ ອີງຕາມສະພາບ ແລະ ເງື່ອນໄຂຄວາມເປັນຈິງໃນປັດຈຸບັນ.

      ອີງໃສ່ທິດຊີ້ນຳຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ກໍຄືຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ສະນັ້ນ, ຄະນະໂຄສະນາອົບຮົມສູນກາງພັກ ຈຶ່ງໄດ້ອອກຄຳແນະນຳ ສະບັບເລກທີ 35/ຄອສພ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍການເພີ່ມທະວີ ວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19.

      ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ຄະນະສະເພາະກິດຂັ້ນຕ່າງໆ ກໍຄືຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ວາງອອກ ໃຫ້ມີປະສິດທິຜົນນັ້ນ, ຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶຶມກໍາແໜ້ນຈິດໃຈສໍາຄັນ ຂອງຄໍາແນະນໍາສະບັບດັ່ງກ່າວ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ, ກ່ອນອື່ນໝົດ ຕ້ອງຮັບຮູ້ ແລະ ເຂົ້າໃຈວ່າ ພັກເຮົາໄດ້ຖືເອົາການຕ້ານ ສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດສຳຄັນແຖວໜ້າ ແລະ ຮີບດ່ວນ, ໃນການນຳພາ-ຊີ້ນຳ ແກ້ໄຂບັນຫາຕ່າງໆ ແມ່ນຄືກັບຢູ່ໃນສະພາວະສົງຄາມ ຕ້ອງເດັດຂາດ. ຮູບການໂຄສະນາສຶກສາອົບຮົມນໍາພາແນວຄິດ ຕ້ອງນໍາໃຊ້ຫຼາຍວິທີການ, ຫຼາຍພາຫະນະ, ຫຼາຍເຄື່ອງມື, ບັນຫາສໍາຄັນ ຕ້ອງຊີ້ແຈງອະທິບາຍບັນຫາຕ່າງໆດ້ວຍເຫດ ແລະ ຜົນທີ່ຖືກຕ້ອງ ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ, ກໍາມະກອນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ, ລວມທັງຊາວຕ່າງດ້າວ ທີ່ດຳລົງຊີວິດຢູ່ ສປປ ລາວ ຮັບຮູ້-ເຂົ້າໃຈ ໜ້າທີ່, ພັນທະຂອງຕົນ, ຈາກນັ້ນ ພວກເຂົາຈຶ່ງຈະປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19. ໄປຄຽງຄູ່ກັນນັ້ນ ກໍຕ້ອງເພີ່ມທະວີການຕິດຕາມເກັບກໍາສະພາບແນວຄິດ ແລະ ເກັບກໍາຫາງສຽງສັງຄົມ ຕໍ່ກັບການແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະ ແມ່ນຂ່າວໃສ່ຮ້າຍປ້າຍສີ, ຂ່າວບິດເບືອນ, ຂ່າວປອມ ທີ່ມີຕໍ່ພັກ-ລັດ, ຄະນະສະເພາະ ກໍຄືອໍານາດການປົກຄອງຂັ້ນຕ່າງໆ ຕາມສື່ອອນລາຍ ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນຳແກ້ໄຂໃຫ້ວ່ອງໄວ, ທັນການ; ພ້ອມກັນນັ້ນ ກໍຕ້ອງໂຄສະນາສຶກສາອົບຮົມເສີມຂະຫຍາຍມູນເຊື້ອຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍຕິດພັນກັບຂະບວນການປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນຂອງບັນດາສຳນັກງານອົງການຕ່າງໆ, ປຸກລະດົມທຸກກຳລັງແຮງສັງລວມ ໃນທົ່ວສັງຄົມ ໃຫ້ພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້.

ບົດໂດຍ: ບກ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *