ການສ້າງສັງຄົມນິຍົມທີ່ທັນສະໄໝ ຂອງ ສປ ຈີນ - ວາລະສານໂຄສະນາ
ເບີ່ງໂລກກວ້າງ

ການສ້າງສັງຄົມນິຍົມທີ່ທັນສະໄໝ ຂອງ ສປ ຈີນ

           ສປ ຈີນ ເປັນປະເທດໜຶ່ງ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ ໂດຍຖືເອົາທິດສະດີມາກ-ເລນິນ ເປັນເຂັມຊີ້ທິດເຍືອງທາງ ໂດຍມີພັກກອມມູນິດຈີນ ເປັນກອງນໍາໜ້າ, ພັກໄດ້ໝູນໃຊ້ທິດສະດີມາກ-ເລນິນ ນຳພາຢ່າງປະດິດສ້າງ​ເຂົ້າໃນການຊີ້ນໍາ-ນໍາພາສ້າງສາພັດທະນາປະເທດຊາດ ດ້ວຍແນວທາງ ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ມາຮອດປັດຈຸບັນ ສປ ຈີນ ໄດ້ກາຍເປັນປະເທດສັງຄົມນິຍົມ ທີ່ເຂັ້ມແຂງ, ເປັນປະເທດທີ່ມີການພັດທະນາ ຢ່າງກ້າວກະໂດດ ແລະ ພວມສ້າງປະເທດຈີນ ເປັນປະເທດສັງຄົມນິຍົມທີ່ທັນສະໄໝ.

        ຕະຫຼອດໄລຍະ 70 ກວ່າປີ ນັບແຕ່ສະຖາປະນາ ສປ ຈີນ ເປັນຕົ້ນມາ ພັກກອມມູນິດຈີນ ໄດ້ເຕົ້າໂຮມຄວາມສາມັກຄີ ແລະ ນໍາພາປະຊາຊົນຈີນພັດທະນາປະເທດຈີນ ຕາມແນວທາງ “ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ” ເຊິ່ງສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ເປັນທີ່ປະຈັກຕາຕໍ່ຊາວໂລກ; ຜົນສໍາເລັດທີ່ຍາດມາໄດ້ຄືດັ່ງກ່າວ ກໍຍ້ອນການຊອກຄົ້ນສະແຫວງຫາເສັ້ນທາງເດີນ ໂດຍເລີ່ມຈາກສະພາບຄວາມເປັນຈິງຂອງປະເທດ; ການນໍາພາຂອງພັກໃນແຕ່ລະໄລຍະໄດ້ວາງວິໄສທັດ ແລະ ມີເປົ້າໝາຍຊັດເຈນໃນການພັດທະນາເປັນຕົ້ນ: ສະໄໝ ສະຫາຍ ເໝົາເຈີຕຸງ ເປັນຜູ້ນໍາ ໄດ້ວາງເປົ້າໝາຍສູ້ຊົນ​ “ຫັນຈາກປະເທດທີ່ຫຼ້າຫຼັງ ໃຫ້ກາຍເປັນປະເທດອຸດສາຫະກໍາທີ່ທັນສະໄໝ” ແລະ ພັກກອມມູນິດຈີນກໍໄດ້ນໍາພາປະເທດຊາດສ້າງການຫັນປ່ຽນ ຈາກການຜະລິດກະສິກໍາທີ່ຫຼ້າຫຼັງ ໄປສູ່ການຜະລິດທີ່ນໍາໃຊ້ເຕັກນິກວິທະຍາສາດ ແລະ ປະສົບຄວາມສໍາເລັດ; ສະໄໝສະຫາຍ ເຕິ້ງສຽວຜິງ ເປັນເລຂາທິການໃຫຍ່ພັກກອມມູນິດຈີນ ໄດ້ກໍານົດຢ່າງຈະແຈ້ງທີ່ຕັ້ງຂອງການກໍ່ສ້າງສັງຄົມນິຍົມຂອງຈີນແມ່ນ: “ການຫັນເປັນທັນສະໄໝໃນຮູບແບບຂອງປະເທດຈີນ” ຫຼືເອີ້ນວ່າ: “ສັງຄົມອີ່ມໜໍາສໍາລານ” ເພື່ອຊີ້ບອກເຖິງການຫັນເປັນທັນສະໄໝໃນຮູບແບບຂອງປະເທດຈີນ​ ຕ້ອງຫັນເປັນ 4 ທັນສະໄໝຄື: (ທັນສະໄໝທາງດ້ານກະສິກໍາ, ອຸດສາຫະກໍາ, ປ້ອງກັນຊາດ ແລະ ເຕັກນິກວິທະຍາສາດ) ແລະ ຕໍ່ມານັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກ ກອມມູນິດຈີນເປັນຕົ້ນມາ, ສູນກາງພັກທີ່ມີສະຫາຍ ສີຈິນຜິງ ເປັນແກນນໍາໄດ້ສະເໜີແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງຢ່າງຈະແຈ້ງ ແລະ ພັກກອມມູນິດຈີນ​ ໄດ້ຖືວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນປັດໄຈສໍາຄັນ​ ແລະ​ ມີຜົນສໍາເລັດຢ່າງໃຫຍ່ຫຼວງສະແດງອອກ: ພາຍໃນໄລຍະບໍ່ຮອດ 7 ປີ (2012-2018) ຈໍານວນປະຊາກອນທີ່ທຸກຍາກຂອງຈີນທັງໝົດຫຼຸດລົງ 82 ລ້ານກວ່າຄົນ, ອັດຕາຄວາມທຸກຍາກຫຼຸດລົງຈາກ10,2% ໃນປີ 2012 ເຫຼືອພຽງ 1,7% ໃນປີ 2018 ແລະ ມີທ່າອ່ຽງນັບມື້ນັບຫຼຸດລົງ. ໃນກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ໄດ້ກໍານົດແຜນຍຸດທະສາດ ໃນການສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມ ທີ່ທັນສະໄໝຢ່າງຮອບດ້ານ ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ1: ແມ່ນນັບແຕ່ປີ 2020 ຮອດປີ 2035 ສ້າງສັງຄົມທີ່ ອີ່ມໜໍາສໍາລານຢ່າງຮອບດ້ານ; ໄລຍະທີ 2: ແມ່ນນັບແຕ່ປີ 2035 ຮອດປີ (2050) ໃຫ້ບັນລຸການສ້າງສັງຄົມນິຍົມທີ່ທັນສະໄໝ, ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຍົມທັນສະໄໝຍິ່ງໃຫຍ່ທີ່ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ.

         ເວົ້າລວມແລ້ວ, ການສ້າງສັງຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງຈີນ ແມ່ນການປ່ຽນແປງຄັ້ງຍິ່ງໃຫຍ່, ແມ່ນການຕັດສິນໃຈພັດທະນາແບບໃໝ່ ທີ່ກ້າວກະໂດດ ໂດຍມີການຕຶກຕອງ, ຄິດຫງໍາບຸກທະລຸຢ່າງມີຫຼັການ, ມີວິທະຍາສາດ, ມີການສົມທົບແໜ້ນລະຫວ່າງທິດສະດີວິທະຍາສາດ ກັບພຶດຕິກໍາຂອງຍຸກສະໄໝ.

        ບົດຮຽນຕົວຈິງໃນການນໍາພາ ຂອງພັກກອມມູນິດຈີນ ໃນການສ້າງສັງຄົມນິຍົມທັນສະໄໝ ລວມມີ 4 ບົດຮຽນຕົ້ນຕໍຄື:

        ໜຶ່ງ: ການສ້າງສັງຄົມນິຍົມທີ່ທັນສະໄໝ ພາຍໃຕ້ຄັນທຸຸງຂອງລັດທິມາກ-ເລນິນ ແລະ ການນໍາພາຂອງພັກກອມມູນິດຈີນ. ພັກກອມມູນິດຈີນ ຢຶດໝັ້ນຢ່າງຕາຍໃຈ ແລະ ມີທ່າທີອັນຈະແຈ້ງ ແລະ ຕັດສິນໃຈຢ່າງແນ່ວແນ່ ໃນການເຊີດຊູລັດທິມາກ-ເລນິນ; ຍັງຮັບຮູ້ແຈ້ງເຖິງຄຸນຄ່າອະມະຕະຂອງລັດທິມາກ-ເລນິນ ແລະ ສັງຄົມນິຍົມຕາມຫຼັກວິທະຍາສາດ, ຮັບຮູ້ແຈ້ງເຖິງກົດເກນແຫ່ງການຂະຫຍາຍຕົວຂອງປະຫວັດສາດ ແລະ ຍັງຢຶດໝັ້ນດ້ວຍພະລັງອັນມີຊີວິດຊີວາຂອງລັດທິມາກ.

        ສອງ: ພັກກອມມູນິດຈີນ ມີຄວາມຕັດສິນໃຈຢ່າງຍິ່ງໃຫຍ່ ໃນການດໍາເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ໄດ້ບຸກບືນສ້າງເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ຢ່າງມີຜົນສໍາເລັດ ເຊິ່ງພັກກອມມູນິດຈີນ ໄດ້ໃຫ້ຂໍ້ສະຫຼຸບວ່າ: “ເມື່ອຫວນຄືນເສັ້ນທາງທີ່ຍ່າງມາສາມາດສະຫຼຸບໄດ້ວ່າ​ ສັງຄົມນິຍົມບໍ່ສາມາດມີຮູບແບບທີ່ເປັນເອກະພາບສອດຄ່ອງກັບສະພາບຕົວຈິງຂອງທຸກໆປະເທດ, ມີແຕ່ ສ້າງສັງຄົມນິຍົມໄປຕາມຫຼັກວິທະຍາສາດສົມທົບຢ່າງແໜ້ນແຟ້ນກັບສະພາບຕົວຈິງ, ມູນເຊື້ອປະຫວັດສາດຂອງປະເທດຕົນແລະຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ຊອກຄົ້ນ​ ແລະ​ ສະຫຼຸບບົດຮຽນໃນພຶດຕິກໍາຢ່າງບໍ່ຢຸດຢັ້ງ​ ຈຶ່ງສາມາດກໍານົດໄດ້ເສັ້ນທາງພັດທະນາທີ່ສອດຄ່ອງກັບປະເທດຕົນ”.

        ສາມ:ພັກກອມມູນິດຈີນຢຶດໝັ້ນຖືການສ້າງເສດຖະກິດເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ກໍາແໜ້ນພາລະໜ້າທີ່ທໍາອິດກໍຄືການພັດທະນາ, ສ້າງໄດ້ມະຫັດສະຈັນແຫຼ່ງການພັດທະນາ ທີ່ປະຈັກຕາ; ບົດຮຽນດັ່ງກ່າວ ເຮັດໃຫ້ເສດຖະກິດຈີນ ເຕີບໃຫຍ່ຢູ່ອັນດັບ 2 ຂອງໂລກ, ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກບັນລຸ 30% ຂຶ້ນໄປຫຼາຍປີລຽນຕິດ; ລະດັບກໍາລັງການຜະລິດທາງສັງຄົມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ມີຫຼາຍຂົງເຂດຈັດຢູ່ແຖວໜ້າຂອງໂລກ.

        ສີ່: ກໍາລັງແຮງທີ່ເປັນຫຼັກແຫຼ່ງໃນການສ້າງສັງຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງຈີນ​ ແມ່ນເລີ່ມຈາກປະຊາຊົນ. ພັກກອມມູນິດຈີນໄດ້ຢຶດໝັ້ນທັດສະນະທີ່ວ່າ: ປະຊາຊົນແມ່ນຜູ້ສ້າງປະຫວັດສາດແລະ​ ແມ່ນກໍາລັງແຮງຫຼັກໃນການພັດທະນາປະຫວັດສາດ​ ແລະ​ ຄວາມກ້າວໜ້າຂອງສັງຄົມ. ການສ້າງສັງຄົມນິຍົມທັນສະໄໝຂອງຈີນ​ ແມ່ນພາລະກິດອາໄສປະຊາຊົນ​ ແລະ​ ເພື່ອປະຊາຊົນ​ ແລະ​ ເປົ້າໝາຍສຸດທ້າຍແມ່ນສະແຫວງຫາຄວາມຜາສຸກມາໃຫ້ປະຊາຊົນ.

ບຸນປະຄອຍ ດວງມະໂນ

ພາບປະກອບ ຈາກອິນເຕີເນັດ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published. Required fields are marked *