ເບີ່ງໂລກກວ້າງ

ການປະຢັດ ແລະ ການປາບປາມການສໍ້ລາດບັງຫຼວງ ຂອງພັກກອມມູນິດຈີນ

ທ່ານ ສີຈິ້ນຜິງ ກ້າວຂຶ້ນມາເປັນແກນນຳຫຼັກ ຂອງພັກ, ບົດບາດ ອິດທິພົນຂອງພັກກອມມູນິດຈີນ ໄດ້ຮັບການເຊີດຊູສູງຂຶ້ນ, ໃນທ້າຍປີ 2012 ພັກກອມມູນິດຈີນ ໄດ້ເຜີຍແຜ່ກົດການປະຢັດມັດທະຍັດ 8 ຂໍ້ ເພື່ອແກ້ໄຂການປະຕິບັດຕົນ ໂດຍບໍ່ເໝາະບໍ່ຄວນ ຂອງເຈົ້າໜ້າທີ່ພັກ-ລັດ ຄື:

1. ຜູ້ນໍາ ພັກ-ລັດ ຕ້ອງເຂົ້າເຖິງປະຊາຊົນທຸກຊັ້ນຄົນ ໂດຍສະເພາະຊົນຊັ້ນຜູ້ອອກແຮງງານ ເພື່ອຮຽນຮູ້ຊີວິດການເປັນຢູ່ ແລະ ສະຖານະການຕ່າງໆທີ່ແທ້ຈິງຂອງປະຊາຊົນ ໃນເວລາລົງໄປຢ້ຽມຢາມພົບປະຊາຊົນ ຄວນປະຕິບັດຕົນຢ່າງງ່າຍດາຍ, ການຕ້ອນຮັບແບບຮຽບງ່າຍ ມີຜູ້ຕິດຕາມໃຫ້ໜ້ອຍທີ່ສຸດເທົ່າທີ່ຈຳເປັນ; 2. ການຈັດກອງປະຊຸມໃດໆກໍຕາມ ບໍ່ຄວນໃຊ້ເວລາດົນ ຜູ້ເຂົ້າຮ່ວມປະຊຸມຕ້ອງມີສ່ວນຮ່ວມ ບໍ່ງຽບ, ການປະກອບຄໍາເຫັນ ບໍ່ເວົ້າເກີນຄວາມຈໍາເປັນ ປະຊຸມດ້ວຍເນື້ອໃນໃຈຄວາມກະທັດຮັດ ແລະ ມີປະສິດທິພາບສູງສຸດເທົ່າທີ່ຈະເຮັດໄດ້; 3. ການຂຽນບົດລາຍງານ, ການຮ່າງເອກະສານຕ່າງໆ ເນື້ອໃນໃຈຄວາມ ຕ້ອງກະທັດຮັດ, ຖືກຕ້ອງຕາມຄວາມເປັນຈິງ, ມີຫຼັກຖານອ້າງອີງ ເພື່ອໃຫ້ເອກະສານອອກມາມີຄຸນນະພາບທີ່ສຸດ; 4. ຜູ້ທີ່ຈະເດີນທາງໄປທັດສະນະສຶກສາ ແລກປ່ຽນບົດຮຽນຢູ່ຕ່າງປະເທດ ຕ້ອງໄດ້ຮັບການອະນຸຍາດກ່ອນ, ມີຜູ້ຕິດຕາມໜ້ອຍທີ່ສຸດ, ຄວນພາໄປແຕ່ບ່ອນຈຳເປັນ ແລະ ກ່ຽວຂ້ອງກັບພາລະກິດທີ່ຕ້ອງໄປເຮັດເທົ່ານັ້ນ; 5. ການເດີນທາງ ຂອງຄະນະຜູ້ແທນ ຖ້າບໍ່ຈໍາເປັນ ກໍບໍ່ຄວນຮ້ອງຂໍການອໍານວຍຄວາມສະດວກ ຈາກເຈົ້າໜ້າທີ່ຈະລາຈອນ ເພື່ອຫຼີກລ່ຽງການຂັດຂວາງການຈະລາຈອນ ຂອງປະຊາຊົນທີ່ພວມໃຊ້ລົດ-ໃຊ້ຖະໜົນໃນເວລານັ້ນໆ; 6. ການລາຍງານຂ່າວຂອງສື່ ກ່ຽວກັບກອງປະຊຸມໃດໆຂອງລັດຖະບານ ຫຼື ກອງປະຊຸມອື່ນໆ ຈະຕ້ອງນໍາສະເໜີສະເພາະຂ່າວທີ່ມີຄຸນນະພາບເທົ່ານັ້ນ; 7. ຫ້າມຜູ້ນໍາພັກ, ເຈົ້າໜ້າທີ່ລະດັບສູງ, ເຈົ້າໜ້າທີ່ຂອງລັດ ຕີພິມຜົນງານໃດໆ ດ້ວຍຕົນເອງ ລວມເຖິງການສົ່ງສານສະແດງຄວາມຍິນດີ ແລະ ອື່ນໆ ຍົກເວັ້ນແຕ່ຈະໄດ້ຮັບຄວາມເຫັນດີຈາກສູນກາງ; 8. ຜູ້ນໍາພັກ-ລັດ ຄວນປະຕິບັດຕົນຢ່າງເຄັ່ງຄັດ ເພື່ອເປັນແບບຢ່າງແກ່ປະຊາຊົນ ໃນເລື່ອງຂອງການປະຢັດມັດທະຍັດເຊັ່ນ: ລົດຮັບໃຊ້, ບ່ອນພັກເຊົາ ແລະ ຊີວິດການເປັນຢູ່.

ທ່ານ ສີຈິ້ນຜິງ ໄດ້ກ່າວໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະກຳມະການກວດສອບວິໄນສູນກາງພັກກອມມູນິດຈີນ (CCDI) ສະໄໝທີ 19 ທີ່ຈັດຂຶ້ນໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 13 ມັງກອນ 2020 ວ່າ: ຄວນເພີ່ມຄວາມພະຍາຍາມໃນການກຳຈັດບັນຫາການສໍ້ລາດບັງຫຼວດ “ມະລິກຍິກຍ່ອຍ” ທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນຕະຫຼອດຮອດ “ສິ່ງຄຸ້ມກັນ” ທີ່ໃຫ້ການປົກປ້ອງການກະທຳຂອງກຸ່ມອາຊະຍາກຳ ແລະ “ອຸປະສັກກີດກັນ” ການບັງຄັບໃຊ້ນະໂຍບາຍທີ່ເປັນປະໂຫຍດແກ່ປະຊາຊົນ. ເພິ່ນຍັງໄດ້ອອກຄຳສັ່ງໃຫ້ເດີນໜ້າຄວາມພະຍາຍາມໃນການປາບປາມເຈົ້າໜ້າທີ່ທີ່ສໍ້ລາດບັງຫຼວງ ນັບຕັ້ງແຕ່ຂັ້ນລຸ່ມ “ແມງວັນ” ໄປຈົນເຖິງ “ເສືອ” ການນໍາຂັ້ນສູງທີ່ມີຕຳແໜ່ງໃຫຍ່ໂຕ ພ້ອມຮຽກຮ້ອງໃຫ້ສະມາຊິກພັກຈົ່ງຮັບຮູ້-ເຂົ້າໃຈລັກສະນະການຕໍ່ສູ້ ກັບການສໍ້ລາດບັງຫຼວງທີ່ໜັກໜ່ວງ, ຊັບຊ້ອນ, ຫຍຸ້ງຍາກ ແລະ ໃຊ້ເວລາຍາວນານ ຢ່າງມີສະຕິ. ຕະຫຼອດໄລຍະເວລາ 9 ປີທີ່ຜ່ານມາ ນະໂຍບາຍປາບປາມການສໍ້ລາດບັງຫຼວງ ຂອງພັກກອມມູນິດຈີນ ທີ່ໄດ້ດຳເນີນການຢ່າງເປັນວົງກວ້າງທີ່ສຸດໃນປະຫວັດສາດຈີນ ແລະ ບໍ່ມີການໂອນອ່ອນຜ່ອນຜັນໃຫ້ກັບໃຜທັງນັ້ນ, ມາຮອດປີ 2021 ມີເຈົ້າໜ້າທີ່ພັກ-ລັດລະດັບສູງ ນັບຕັ້ງແຕ່ລະດັບກະຊວງ ແລະ ສູງກວ່າຂຶ້ນໄປ ໄດ້ຖືກລົງໂທດ ຫຼື ຖືກສືບສວນ-ສອບສວນ ຈໍານວນ 400 ກວ່າຄົນ, ໃນນັ້ນ ລວມເຖິງອະດີດກົມການເມືອງສູນກາງພັກກອມມູນິດຈີນ ແລະ ອະດີດຮອງປະທານຄະນະກຳມາທິການທະຫານສູນກາງ 2 ຄົນ; ມີຜູ້ຫຼົບໜີຄະດີຫຼາຍກວ່າ 8.300 ຄົນ ຖືກນໍາຕົວກັບມາຮັບໂທດຕາມຄວາມຜິດຈາກກວ່າ 120 ປະເທດ ແລະ ເຂດແຄວ້ນ. ນອກຈາກນີ້ ຄະນະກຳມະການກວດສອບວິໄນສູນກາງພັກຄອມມູນິດຈີນ ແລະ ຄະນະກຳມະການກວດສອບແຫ່ງຊາດ ຍັງລະບຸວ່າ: ມີເຈົ້າໜ້າທີ່ລັດທັງໝົດ 197.761 ຄົນ ຖືກລົງໂທດ ຖານລະເມີດກົດການປະຢັດມັດທະຍັດ.                                           

(ທິບພະຈັນ ວົງລໍຄໍາ ຄັດຈາກສະບັບສິິ່ງພິມເດືອນ 3/2022)

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published.