ໂດຍອີງໃສ່ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 38/ຄລສພ, ລົງວັນທີ 9 ມີນາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄໍາສັ່ງ ຂອງນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 87/ຄລສພ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາ ພະຍາດໂຄວິດ-19.
ເພື່ອເຮັດໃຫ້ເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ ທຸກເປົ້າໝາຍ ແລະ ເພື່ອໃຫ້ປະຕິບັດໄດ້ ບັນດາມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ທີ່ພວມແຜ່ລະບາດຢູ່ໃນໂລກ ແລະ ກໍາລັງແຜ່ລະບາດ ຢູ່ປະເທດເຮົາ. ຄະນະໂຄສະນາອົບຮົມສູນກາງພັກ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 15/ຄອສພ, ລົງວັນທີ 10 ພຶດສະພາ 2021 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງຄະນະພັກ ແຕ່ລະຂັ້ນຈະຕ້ອງໄດ້ນໍາພາເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນສໍາຄັນດັ່ງນີ້:
1.ໃຫ້ຄະນະພັກບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ຕໍ່ເນື່ອງ ແລະ ໃຫ້ທົ່ວເຖິ່ງທຸກເປົ້າໝາຍ ໂດຍໃຫ້ອີງໃສ່ສະພາບຄວາມເປັນຈິງ ຂອງແຕ່ລະກະຊວງ, ອົງການ ແລະ ທ້ອງຖິ່ນຕົນ ເພື່ອໃຫ້ແທດເໝາະ, ແຕ່ຕ້ອງຮັບປະກັນ ການປະຕິິບັດ ມາດຕະການ ທີ່ຄະນະສະເພາະກິດ ຕ້ານພະຍາດ ໂຄວິດ-19 ວາງອອກຢ່າງເຂັ້ມງວດ.
- ໃຫ້ຄະນະພັກກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງເປັນເຈົ້າການໃນການຄົ້ນຄ້ວາ ວິທີຈັດຕັ້ງປະຕິບັດຕົວຈິງ ໂດຍຈັດແບ່ງເປັນຫຼາຍລະດັບ, ຫຼາຍຈຸດ ຫຼືຫຼາຍບ່ອນ ເພື່ອຮັບປະກັນ ບໍ່ໃຫ້ມີການເຕົ້າໂຮມຄົນຈໍານວນຫຼາຍ ແລະ ສາມາດຮັກສາໄດ້ໄລຍະຫ່າງ ທັງເປັນການຮັບປະກັນປ້ອງກັນໃຫ້ເຂັ້ມງວດ.
- ຖ້າບ່ອນໃດມີເງື່ອນໄຂສະດວກ ໃນການນໍາໃຊ້ພາຫະນະສື່ສານ ທີ່ທັນສະໄໝ ແມ່ນໃຫ້ຈັດຕັ້ງການເຊື່ອມຊຶມ ແລະ ເຜີຍແຜ່ຜ່ານວິດີໂອທາງໄກ ຫຼື ພາຫະນະອື່ນໆ ທີ່ເຫັນວ່າມີຄວາມເໝາະສົມ.
- ສໍາລັບຢູ່ທ້ອງຖິ່ນຮາກຖານ ຫຼືບ່ອນທີ່ຢູ່ຫ່າງໄກສອກຫຼີກ ແມ່ນໃຫ້ຈັດພິມ ບັນດາເນື້ອໃນເອກະສານ ທີ່ຈະເຊື່ອມຊຶມ ແລະ ເຜີຍແຜ່ນັ້ນ ຈັດສົ່ງໃຫ້ຄະນະພັກຮາກຖານ ຫຼື ຄະນະໜ່ວຍພັກ ແຕ່ລະບ່ອນໄດ້ຄົ້ນຄ້ວາ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຕົວຈິງຢູ່ໃນຂອບເຂດທີ່ຕົ້ນຮັບຜິດຊອບ.
- ສໍາລັບບ່ອນທີ່ສາມາດສະກັດກັ້ນພະຍາດ ໂຄວິດ-19 ໄດ້ ແລະ ກັບຄືນສູ່ສະພາບປົກກະຕິແລ້ວ ແມ່ນໃຫ້ຄະນະພັກ ແຕ່ລະຂັ້ນຈັດແບ່ງກັນລົງຊີ້ນໍາຢູ່ບັນດາທ້ອງຖິ່ນຮາກຖານ, ເຂດຊົນນະບົດເພື່ອຕິດຕາມ, ກວດກາ ແລະ ຊີ້ນໍາ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ XI ຂອງພັກ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ພ້ອມທັງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດຕົວຈິງ.
- ໃຫ້ຄະນະພັກ ຢູ່ບັນດາກະຊວງ, ອົງການ, ຄະນະພັກແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ໃຫ້ຫ້ອງວ່າການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຊາບ ເພື່ອສະຫຼຸບສັງລວມ ລາຍງານ ຕໍ່ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊາບ ແລະ ຂໍທິດຊີ້ນໍາຂັ້ນຕໍ່ໄປ.
ທັງໝົດນັ້ນ ແມ່ນບັນດາເນື້ອໃນ ຂອງແຈ້ງການ ທີ່ຄະນະໂຄສະນາອົບຮົມສູນກາງພັກໄດ້ແຈ້ງເຖິງຄະນະພັກທຸກຂັ້ນ ເພື່ອຮັບຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດ ການເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຕາມຄາດໝາຍທີ່ວາງໄວ້.
ດາວໂຫຼດ ແຈ້ງການໄດ້ທີ່ ຂໍ້ມູນຈໍາເປັນ
ມະນີວອນ ດວງພະຈັນ