ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ

ຫວນຄືນວິລະກໍາໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ

ເມື່ອຫວນຄືນບັນດາເຫດການປະຫວັດສາດ ກ່ອນໜ້ານີ້ 62 ປີ ໄດ້ມີເຫດການທີ່ສ້າງຄວາມປະຫຼາດໃຈ ແລະ ເປັນສິ່ງມະຫັດສະຈັນ ໃຫ້ແກ່ ຊາວໂລກ ນັ້ນກໍຄື ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາແນວລາວຮັກຊາດ ເຫດການດັ່ງກ່າວ ໄດ້້ເກີດຂື້ນໃນຄືນວັນທີ 23 ພຶດສະພາ, ເວລາ 12ໂມງທ່ຽງຄືນຫາ 0 ໂມງ ຂອງວັນທີ 24 ພຶດສະພາ 1960 ພາຍຫຼັງທີ່ຈັກກະພັດຈັບກຸມຄຸມຂັງໃນວັນທີ28ກໍລະກົດປີ1959 ຢູ່ທີ່ຄຸກໂພນເຄັງ, ນະຄອນຫຼວງວຽງຈັນ.

ກ່ອນທີ່ຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດ ຈັບກຸມຄຸມຂັງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດເຂົ້າຄຸມຂັງຢູ່ຄຸກໂພນເຄັງນັ້ນ ໂດຍປະຕິບັດຕາມສັນຍາວຽງຈັນ ປີ 1957 ພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ນໍາໃຊ້ກົນອຸບາຍ “ຫຼອກເສືອອອກຈາກຖ້ຳ” ເພື່ອຂ້າເສືອ ແລະ ດໍາເນີນການປາບປາມຈັບກຸມຄຸມຂັງຜູ້ນໍາຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດ ຢ່າງໂຫດຮ້າຍຄື: ວັນທີ 2 ກໍລະກົດ 1958, ຜຸຍ ຊະນະນິກອນ ລູກມືຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ໂຄ່ນລົ້ມລັດຖະບານປະສົມແຫ່ງຊາດ 2 ຝ່າຍ ໂດຍແມ່ນເຈົ້າສຸວັນນະພູມມາ ເປັນນາຍົກລັດຖະມົນຕີ ແລ້ວ ຜຸຍ ຊະນະນິກອນ ຂຶ້ນເປັນນາຍົກລັດຖະມົນຕີ. ຈາກນັ້ນ, ຜຸຍ ຊະນະນິກອນ ໄດ້ຂໍສິດພິເສດຈາກສະພາດຳເນີນການປັບປຸງຄະນະລັດຖະບານຊຸດໃໝ່ ໂດຍບໍ່ເອົາຄົນຂອງແນວລາວຮັກຊາດເຂົ້າຮ່ວມນຳ, ໄດ້ອອກກົດໝາຍຕ້ານກອມມູນິດ, ລຶບລ້າງສັນຍາເຊີແນວປີ 1954 ແລະ ສັນຍາວຽງຈັນປີ 1957, ປາບປາມຂະບວນການປະຕິວັດທົ່ວປະເທດ. ວັນທີ 11ພຶດສະພາ1959, ຜຸຍ ຊະນະນິກອນ ກໍອອກຄຳສັ່ງໃຫ້ປິດລ້ອມກອງພັນທີ 1 ແລະ ກອງພັນທີ 2 ຂອງຝ່າຍແນວລາວຮັກຊາດ.

ເຊົ້າມື້ຕໍ່ມາ, ພວກເຂົາໄດ້ໃຊ້ກຳລັງຕໍາຫຼວດ ປິດລ້ອມກັກຂັງບໍລິເວນເຮືອນບັນດາຜູ້ນຳຂອງພັກ,ແນວລາວຮັກຊາດ ແລະ ຂອງຄະນະສັນຕິພາບເປັນກາງ. ວັນທີ 28 ກໍລະກົດ 1959, ພວກເຂົາໄດ້ດຳເນີນການຈັບກຸມຄຸມຂັງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ 16 ທ່ານຄື: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄໍາພິທູນ, ທ່ານຄຳຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມມະຈັນ, ທ່ານຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ.

ເພື່ອກຽມກັກຂັງບັນດາຜູ້ນຳເຮົາ, ພວກເຂົາ ໄດ້ດັດແປງຄອກມ້າຝຣັ່ງ ທີ່ຕັ້ງຢູ່ໃຈກາງຂອງຄ້າຍໂພນເຄັງ ໃຫ້ກາຍເປັນຄຸກຄຸມຂັງ ເຊິ່ງແຕ່ລະຫ້ອງຍາວ 3 ແມັດ, ກວ້າງ 2 ແມັດ ແລະ ແໜ້ນໜາທີ່ສຸດ ແຕ່ລະຫ້ອງຄຸມຂັງໃສ່ກະແຈເຂົາຄວາຍຢ່າງດີ,ມີຮົ້ວ 2 ຊັ້ນ, ມີຕຳຫຼວດ, ທະຫານ, ກອງຮ້ອຍລົດອາແອມໜຶ່ງກອງຮ້ອຍ ແລະ ສາລະວັດທະຫານໜຶ່ງກອງຮ້ອຍ ທີ່ເວນຍາມຕະຫຼອດ 24 ຊົ່ວໂມງ. ອ້ອມຮອບຄຸກມີໂຄມໄຟສະປອດໄລ້ໃຫຍ່ທັງ 4 ດ້ານ ແລະ ມີລົດຫຸ້ມເກາະເວນຍາມຢ່າງເຄັ່ງຄັດ.

ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ປະທານ ໄກສອນພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນເພື່ອຊ່ວຍຜູ້ນຳອອກຈາກຄຸກ ໂດຍໄດ້ມີການປຶກສາຄົ້ນຄວ້າອອກເປັນຫຼາຍແຜນ, ຫຼາຍແງ່ມູມ. ແຕ່ສຸດທ້າຍ ປະທານ ໄກສອນ ພົມວິຫານ ໄດ້ເລືອກເອົາວິທີການປຸກລຸກຂົນຂວາຍສຶກສາອົບຮົມສາລະວັດທີ່ຍາມຄຸກ ໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ  ເຊິ່ງ ປະທານ ໄກສອນ ພົມວິຫານ ໄດ້ມອງເຫັນວ່າ: ສາລະວັດ ກໍແມ່ນລູກຫຼານຂອງປະຊາຊົນລາວ ແລະ ໄດ້ຊີ້ນຳໃຫ້ ທ່ານ ສາລີ ວົງຄຳຊາວ ທີ່ຢູ່ແນວຫຼັງເຂດນາຍາງດ່ານສູງ ສົ່ງການຊີ້ນໍາດັ່ງກ່າວ ໄປເຖິງຜູ້ນຳທີ່ຢູ່ໃນຄຸກ ເຊິ່ງແມ່ນ ທ່ານ ຊຽງສົມ ກຸນລະວົງ ເປັນສາຍຕິດຕໍ່ໂດຍກົງ. ພ້ອມນັ້ນ ທ່ານ ສາລີ ວົງຄຳຊາວ  ທັງເປັນຜູ້ຈັດວາງກຳລັງ, ສຶກສາອົບຮົມປະຊາຊົນຢູ່ພາຍນອກ ຕິດຕໍ່ພົວພັນສູນກາງຢ່າງກົມກຽວທີ່ສຸດ.

ພາຍຫຼັງຖືກຄຸມຂັງໄດ້ 1 ວັນ, ການນຳເຮົາໄດ້ມີການປະຊຸມກັນ, ຕີລາຄາສະພາບການ ແລະ ວາງແຜນເຄື່ອນໄຫວຢູ່ໃນຄຸກ ໂດຍໄດ້ຈັດຕັ້ງເປັນໜ່ວຍພັກໜຶ່ງ ເຊິ່ງມີ ທ່ານ ໜູຮັກ ພູມສະຫວັນ ເປັນເລຂາ, ໜ້າທີ່ຕົ້ນຕໍຂອງຜູ້ນຳຢູ່ໃນຄຸກຄື: ພົບປະ, ສຶກສາອົບຮົມ, ຂົນຂວາຍສາລະວັດ, ຫັດກາຍບໍລິຫານ,ເພີ່ມພູນຜະລິດຜົນ, ປູກຜັກ, ດອກໄມ້, ໝາກໄມ້ກິນໝາກ ແລະ ອື່ນໆ. ຜູ້ນຳເຮົາທີ່ຢູ່ໃນຄຸກ ນອກຈາກຕໍ່ສູ້ເຊິ່ງໜ້າໂດຍກົງກັບສັດຕູແລ້ວ ຍັງໄດ້ຮ່ວມກັນລົງນາມໃນຈົດໝາຍສົ່ງໃຫ້ ຜຸຍ ຊະນະນິກອນ ເພື່ອຄັດຄ້ານການກະທຳທີ່ຈັບກຸມຄຸມຂັງທ່ານຜູ້ນຳ ທີ່ບໍ່ມີຄວາມຜິດຫຍັງ, ທວງໃຫ້ພວກເຂົາ ຕ້ອງປ່ອຍຕົວໂດຍໄວ ແລະ ທວງໃຫ້ໄດ້ໄປຮ່ວມກອງປະຊຸມຂອງສະພາ ແລະ ອື່ນໆ.

ວັນເວລາຜ່ານໄປເກືອບ 300 ວັນ, ຜູ້ນຳເຮົາທີ່ຢູ່ໃນຄຸກ ໄດ້ຂົນຂວາຍພວກສາລະວັດທະຫານ ທີ່ເຂົ້າມາເວນຍາມຄຸກໄດ້ຮັບຜົນເປັນຢ່າງດີ. ການນຳທີ່ຢູ່ໃນຄຸກ ແລະ ພາກສ່ວນທາງນອກ ເຊິ່ງນໍາໂດຍ ທ່ານ ສາລີ ວົງຄຳຊາວ ໄດ້ມີການວາງແຜນກະກຽມເສັ້ນທາງ, ກຽມຈິດໃຈ, ກຽມເຄື່ອງໃຊ້ອັນຈຳເປັນ. ມາຮອດວັນທີ 23 ພຶດສະພາ, ເວລາ 12 ໂມງທ່ຽງຄືນຫາ 0 ໂມງ ຂອງວັນທີ 24 ພຶດສະພາ ປີ1960 ຜູ້ນຳທຸກຄົນໄດ້ນຸ່ງໂສ້ງ, ເສື້ອ, ເກີບ,  ໝວກ ແລະ ປະກອບອາວຸດ, ປອມຕົວເປັນສາລະວັດທະຫານ, ຈັດຕັ້ງເປັນ 3 ຈຸ, ແຕ່ລະຈຸມີສາລະວັດທະຫານແຕ່ 2 ເຖິງ 3 ຄົນ ພາທາງ ແລະ ປ້ອງກັນ ຍ່າງອອກປະຕູຄຸກເບື້ອງທາງເລກ 13 ໃຕ້ ເຊິ່ງກັບປະຕູໃຫຍ່ຂອງກະຊວງປ້ອງກັນປະເທດປັດຈຸບັນ, ຍ່າງຊື່ອອກມາປະມານ 30 ແມັດ ລ້ຽວຊ້າຍໄປສູ່ທິດຕາເວັນອອກສ່ຽງເໜືອຂອງຄ້າຍຄຸກ ແລ້ວຂ້າມຮົ້ວໜາມໝາກຈັບທີ່ອ້ອມຄ້າຍໜຶ່ງຊັ້ນ ແລ້ວຍ່າງຂ້າມຂົວໄມ້ຮ່ອງແຊງ ຂ້າມທົ່ງນາ ລັດໄປໃສ່ກົກສາມສາໃຫຍ່ກ້ອງສູນສະຖານີໄຟຟ້າໂພນຕ້ອງ ແລ້ວເຕົ້າໂຮມກັນຢູ່ທີ່ນັ້ນ. ຈາກນັ້ນ, ກໍເດີນທາງຕໍ່ລັດໃສ່ ບ້ານໜອງທາເໜືອ, ທົ່ງນາໜອງພະຍາ, ດົງຊຽງດີ, ລັດໃສ່ດົງຫຼວງ ໄປຫາບ້ານຖ້ຳແກ້ວ ເມືອງກາສີ ແລະ ໃນເວລາດຽວກັນ  ຜູ້ນຳໄດ້ຮັບຂ່າວກ່ຽວກັບການເຮັດລັດຖະປະຫານຂອງກອງແລຢູ່ວຽງຈັນ ທັງໄດ້ຮັບໂທລະເລກຈາກສູນກາງພັກວ່າ ໃຫ້ແບ່ງອອກເປັນສອງພາກສ່ວນຄື: ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີຊະນະ ສີສານ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ບົວສີ ຈະເລີນສຸກ ແລະອ້າຍນ້ອງຈຳນວນໜຶ່ງໃຫ້ກັບຄືນນະຄອນຫຼວງວຽງຈັນ ເພື່ອເຈລະຈາຮ່ວມມືກັບລັດຖະບານ ສຸວັນນະພູມມາ ສ່ວນເຫຼືອນັ້ນໃຫ້ສືບຕໍ່ເດີນທາງຂຶ້ນໄປສູ່ເຂດທີ່ໝັ້ນ. ໃນທີ່ສຸດຜູ້ນໍາເຮົາກໍສາມາດໂຕນອອກຈາກຄຸກທີ່ມີການປ້ອງກັນຢ່າງແໜ້ນໜາໄດ້ຢ່າງມະຫັດສະຈັດ ກາຍເປັນເຫດການທີ່ສ່ຽງເປັນສ່ຽງຕາຍ ເຊິ່ງບໍ່ເຄິຍເກີດຂຶ້ນຢູ່ໃນໂລກ.

  ວິລະກໍາດັ່ງກ່າວ ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ. ເຖິງວ່າຈະຖືກຈັບກຸມຄຸມຂັງກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ. ອັນນີ້ກໍຍ້ອນບັນດາຜູ້ນໍາເຮົາ ຖືປະເທດຊາດສູງກວ່າຊີວິດຂອງຕົນ ແລະ ຍ້ອນການນຳອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ; ອັນທີ່ໂດດເດັ່ນ ແລະ ອັດສະຈັນທີ່ສຸດ ແມ່ນຜູ້ນຳເຮົາໃນຄຸກ ມີຄວາມສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ ເຮັດໃຫ້ສັດຕູເປັນມິດສະຫາຍຮ່ວມຕາຍນຳກັນ, ເຮັດໃຫ້ສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມ ເບື່ອໜ່າຍຕໍ່ອຳນາດການປົກຄອງຫຸ່ນປະຕິການ ກັບມາມີຄວາມຈົງຮັກພັກດີ, ຊື່ສັດຕໍ່ຜູ້ນຳສຸດຂີດ ກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກ ແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງອອກໄປຢ່າງປອດໄພ.

ເຫດການອັນມະຫັດສະຈັນດັ່ງກ່າວ ໄດ້ກາຍເປັນບາດລ້ຽວປະຫວັດສາດສໍາຄັນຂອງຊາດ ແລະ ເປັນເຫດການທີ່ປະຊາຊົນລາວທັງຊາດ ກໍຄືຊາວໂລກຜູ້ຮັກຫອມສັນຕິພາບ ຈົດຈໍາຢ່າງບໍ່ມີວັນລືມຕະຫຼອດໄປ.

ບກ

ບົດຄວາມໜ້າສົນໃຈ

Leave a Reply

Your email address will not be published.