ວາລະສານໂຄສະນາໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 28 ຕຸລາ 1986 ໂດຍແມ່ນຄະນະເລຂາທິການສູນກາງພັກ ເປັນຜູ້ຕົກລົງ; ໃນເບື້ອງຕົ້ນໄດ້ກຳນົດໃຫ້ເປັນປຶ້ມຄູ່ມື ຂອງນັກປາຖະກະຖາ ແລະ ຜູ້ໂຄສະນາດ້ວຍປາກ.
ການເຄື່ອນໄຫວ ຂອງວາລະສານໂຄສະນາ ແມ່ນຢູ່ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະໂຄ ສະນາອົບຮົມສູນກາງພັກ, ທຳອິດ ເປັນພະແນກໜຶ່ງທີ່ຂຶ້ນກັບກົມໂຄສະນາ ໂດຍແມ່ນ ທ່ານ ຄຳກ່າຍ ວຽງສະຫວັນ, ຫົວໜ້າກົມໂຄສະນາທັງເປັນຫົວໜ້າບັນນາທິການ, ວາລະສານໂຄສະນາ ມີພາລະບົດ ບາດເປັນເສນາທິການໃຫ້ເເກ່ຄະນະໂຄສະນາອົບຮົມສູນກາງພັກ ແລະ ໜ້າທີ່ ສະເໜີແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ, ເຜີຍແຜ່ບັນດາບົດຮຽນ, ໝາກຜົນ ຂອງການຈັດຕັ້ງປະຕິບັດແນວທາງ-ແຜນນະໂຍບາຍ ຂອງພັກ-ລັດ, ເຜີຍແຜ່ສະພາບການທີ່ພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ ໂດຍຈັດພິມເປັນລາຍໄຕມາດ (3 ເດືອນ) ຈຳນວນ ພິມ 5.000 ຫົວ ຕໍ່ສະບັບ ແລະ ສະບັບທຳອິດ ທີ່ອອກສູ່ສາຍຕາສັງຄົມ ແມ່ນເດືອນ 12/1986.
ມາຮອດປີ1997 ທ່ານ ນາງ ພາວອນ ສຸກນະວົງ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າກົມໂຄສະນາ ທັງເປັນຫົວໜ້າບັນນາທິການວາລະສານໂຄສະນາຄົນໃໝ່; ເລີ່ມແຕ່ປີ1998 ວາລະສານໂຄສະນາໄດ້ ຮັບການປັບປຸງທາງດ້ານເນື້ອໃນ ແລະ ຮູບການ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານການ ເມືອງ-ແນວຄິດ ໃນໄລຍະໃໝ່ ເຊິ່ງໄດ້ປ່ຽນການພິມຈຳໜ່າຍ ຈາກລາຍໄຕມາດ (3 ເດືອນ) ມາເປັນ ລາຍ 2 ເດືອນ, ພິມຈຳນວນ 1.500 ຫົວ ຕໍ່ສະບັບ ແລະ ເພີ່ມຂະໜາດຂອງປຶ້ມ ຈາກ13×19 ຊັງຕີ ແມັດ ມາເປັນ18,5 x 26 ຊັງຕີແມັດ.
ມາຮອດປີ 2009 ຄະນະເລຂາທິການສູນກາງພັກ ໄດ້ຕົກລົງໃຫ້ວາລະສານໂຄສະນາ ແຍກ ອອກຈາກກົມໂຄສະນາ ແລະ ເປັນໜ່ວຍງານໜຶ່ງທີ່ມີບົດບາດທຽບເທົ່າກັບກົມ ແລະ ແຕ່ງຕັ້ງ ທ່ານ ໂດຍ ດວງມີໄຊ ເປັນຫົວໜ້າບັນນາທິການວາລະສານໂຄສະນາ; ມາຮອດປີ 2013 ໂດຍອີງໃສ່ແຜນ ການປັບປຸງ ແລະ ຍົກສູງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ, ວາລະສານໂຄສະນາ ຈຶ່ງໄດ້ ຮັບການປັບປຸງອີກເທື່ອໜຶ່ງ ເຊິ່ງໄດ້ປ່ຽນການພິມຈຳໜ່າຍ ຈາກລາຍ 2 ເດືອນ ມາເປັນລາຍເດືອນ ແລະ ພິມສອດສີ, ເພີ່ມຈຳນວນພິມ ຈາກ 1.500 ຫົວ ມາເປັນ 2.000 ຫົວ ຕໍ່ສະບັບ ພ້ອມທັງກຳນົດ ຄໍລຳຄືນໃໝ່ ລວມມີ 5 ຄໍລຳໃຫຍ່ ແລະ 7 ຄໍລຳຍ່ອຍຄື: ເຂົ້າໃຈມະຕິກອງປະຊຸມໃຫຍ່ຂອງພັກ, ເຜີຍ ແຜ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ແນວທາງ-ແຜນນະໂຍບາຍ ຂອງພັກ-ລັດ, ວຽກດີຄົນເດັ່ນ,ໂຄສະນາແບບແຜນດຳລົງຊີວິດທີ່ດີງາມ-ຕຳນິວິຈານສິ່ງຫຍໍ້ທໍ້ ແລະ ຄໍລຳປະມວນເຫດການ ເດັ່ນພາຍໃນ ແລະ ຕ່າງປະເທດ; ສ່ວນຄໍລຳຍ່ອຍມີ: ຄວາມຮູ້ຟື້ນຖານໃນວຽກງານໂຄສະນາອົບຮົມ, ແລກ ປ່ຽນທັດສະນະ, ພຶດຕິກຳສ້າງສັນ, ສາລະໜ້າຮູ້, ຕິດຂອບຖະໜົນ, ເບິ່ງໂລກກ້ວາງ ແລະ ກະຕູນສຽດ ສີສັງຄົມ; ມາຮອດເດືອນເມສາ ປີ 2013 ທ່ານ ຄຳວິສັນ ແກ້ວສຸວັນ ຖືກແຕ່ງຕັ້ງ ເປັນຫົວໜ້າຄະນະບັນນາທິການວາລະສານໂຄສະນາ; ມາຮອດປີ 2018 ທ່ານ ໂພເມກ ວິໄລສັກ ຖືກແຕ່ງຕັ້ງ ເປັນ ຫົວໜ້າຄະນະບັນນາທິການວາລະສານໂຄສະນາ ຈົນເຖິງປັດຈຸບັນ; ປັດຈຸບັນຄະນະບັນນາທິ ການວາລສານໂຄສະນາ ມີຜະລິດຕະພັນ 2 ຢ່າງຄື: ສະບັບສິງພິມ ແລະ ສະບັບເອເລັກໂຕຼນິກ (ເວັບໄຊສ) ປະກອບມີ ຫົວໜ້າ ບ.ກ 1 ທ່ານ, ຮອງຫົວໜ້າ ບ.ກ 3 ທ່ານ ແລະ ປະກອບມີ 3 ພະແນກຄື: ພະແນກບັນນາທິການການເມືອງ; ພະແນກບັນນາທິການເສດຖະກິດ-ສັງຄົມ ແລະ ພະແນກ ຄຸ້ມຄອງ ແລະ ພິມຈຳໜ່າຍ; ມີພະນັກງານທັງໝົດ17 ທ່ານ; ຍິງ 8 ທ່ານ; ບຸດທິການສຶກສາຂອງພະນັກງານ ຊັ້ນ ປະລິນຍາໂທ 2 ທ່ານ, ປະລິນຍາຕີ 14 ທ່ານ ແລະ ຊັ້ນຕົ້ນ 1 ທ່ານ.
ຕິດຕໍ່ພວກເຮົາ (ໂທ 021 454837 Email: Valasan2021four4@gmail.com)