ໃນວັນທີ 24 ມິຖຸນາ 2022 ທີ່ຜ່ານມາ ທີ່ສະໂມສອນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງພິທີປາຖະກະຖາ ແລະ ສ້າງກິດຈະກຳແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ. ເຊິ່ງເປັນກຽດປາຖະກະຖາ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການ ກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ປັດຈຸບັນ ເປັນທີ່ປຶກສາສະພາທິດສະດີສູນກາງພັກ, ທັງເປັນທີ່ປຶກສາສະຖາບັນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສສ ຫວຽດນາມປະຈໍາ ສປປ ລາວ, ພະນັກງານບຳນານ, ຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານວິຊາການທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພີທີ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ປີ 2022 ໂດຍມີທັງໝົດ 10 ກິດຈະກຳ ຄື: ສ້າງເອກະສານ ແລະ ແຈ້ງການກ່ຽວກັບການໂຄສະນາ-ປາຖະກະຖາກ່ຽວກັບສາຍພົວພັນ ລາວ-ຫວຽດນາມ; ເຜີຍແຜ່ປຶ້ມປະຫວັດສາດ ສາຍພົວພັນລາວ-ຫວຽດນາມ; ປຸກລະດົມຂະບວນການສຶກສາອົບຮົມແນວຄິດ ໃຫ້ປະຊາຊົນລຽບຕາມຊາຍແດນ ລາວ-ຫວຽດນາມ; ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະມາຄົມປະພັນລາວ ຈັດກິດຈະກຳແຂ່ງຂັນກວດສອບ: ບົດເລື່ອງສັ້ນ, ບົດເລື່ອງຍາວ, ບົດບັນທຶກຄວາມຊົງຈຳ, ບົດກະວີ, ກາບກອນ ທີ່ກ່ຽວພັນເຖິງສາຍພົວພັນລາວ-ຫວຽດ; ສົມທົບກັບກະຊວງສຶກສາທິການ ແລະ ກີລາ, ສູນກາງຊາວໜຸ່ມ ປປລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດກິດຈະກຳຖາມຕອບແບບເຊິ່ງໜ້າ ແລະ ແບບຜ່ານສື່ມວນຊົນ ທີ່ກ່ຽວກັບສາຍພົວພັນລາວ-ຫວຽດນາມ; ຈັດສຳມະນາວິທະຍາສາດ ກ່ຽວກັບການພົວພັນ ລາວ-ຫວຽດ; ຈັດຕັ້ງການຢ້ຽມຢາມ, ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະນຳສອງຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ; ພິມວາລະສານສະບັບພິເສດ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໃນການຂຽນບົດນຳ, ບົດຄວາມ ແລະ ປະເພດອື່ນໆ ແລະ ສົມທົບກະຊວງພາຍໃນ ກ່ຽວກັບການຍ້ອງຍໍບຸກຄົນ ແລະ ຄອສພ ໃນຂອບເຂດທົ່ວປະເທດ.

ຫຼັງຈາກນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດປາຖະກະຖາ ໂດຍຍົກໃຫ້ເຫັນ ສາເຫດ ແລະ ຄວາມສຳຄັນ ຂອງການສ້າງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມ, ທ່ານເນັ້ນວ່າ: ມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເປັນປັດໄຈສຳຄັນ ຕັດສິນໄຊຊະນະ ຂອງການປະຕິວັດ ລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ການສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພ້ອມດຽວກັນນັ້ນ ທ່ານກໍຍັງໄດ້ຮຽກຮ້ອງໃຫ້ພະນັກງານ ໂຄສະນາອົບຮົມ ຂອງພັກ ເຊິ່ງເປັນນັກຮົບທາງດ້ານແນວຄິດ ຕ້ອງມີສະຕິລະວັງຕົວສູງ ຕໍ່ກົນອຸບາຍ ຂອງອິດທິກຳລັງປໍລະປັກ ທີ່ຫວັງແບ່ງແຍກການພົວພັນ ຂອງ 2 ປະເທດ, ສົມທົບກັບກະຊວງສຶກສາທິການ ແລະ ກີລາ ກໍຄືພາກສ່ວນຕ່າງໆ ສ້າງຫຼັກສູດ ແລະ ເອກະສານອົບຮົມ ເພື່ອໃຫ້ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານຕຳຫຼວດ ກໍຄືປະຊາຊົນທົ່ວໄປ ສືບຕໍ່ຖະນຸຖະໜອມ, ຮັກສາມູນເຊື້ອການພົວພັນ ລາວ-ຫວຽດນາມ ໃຫ້ໝັ້ນຄົງຄະນົງແກ່ນຕະຫຼອດໄປ.

ການສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ໃນຄັ້ງນີ້ ທາງຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ເຊື້ອເຊີນໜ່ວຍສິນລະປະ ຂອງກະຊວງປ້ອງກັນຄວາມສະຫງົບ ມາສະແດງ ເພື່ອສ້າງບັນຍາກາດ. ພາຍຫຼັງສຳເລັດປາຖະກະຖາຜູ້ເຂົ້າຮ່ວມທັງໝົດ ຍັງໄດ້ພ້ອມກັນເຂົ້າຮ່ວມກິດຈະກຳແຂ່ງຂັນກີລາເປຕັງ ອີກດ້ວຍ.


ຂ່າວ: ພັດ, ພາບ: ບຸນປະຄອຍ